5 ເຫດຜົນທີ່ເຮັດໃຫ້ໜຸ່ມ “ມາຄຣົງ” ຊະນະເສິກເລືອກຕັ້ງເປັນ "ປະທານາທິບໍດີຝຣັ່ງ" ທີ່ມີອາຍຸນ້ອຍທີ່ສຸດ


ເມື່ອວັນທີ 8 ພຶດສະພາ BBC ເປີດເຜີຍລາຍງານ ກາວິເຄາະເບື້ອງຫຼັງຄວາມສຳເລັດ 5 ຂໍ້ ຂອງ ເອັມມານູເອລ ມາຄຣົງ ອາຍຸ 39 ປີ ເຊິ່ງຖືເປັນປະທານາທິບໍດີ ຂອງຝຣັ່ງທີ່ມີອາຍຸນ້ອຍທີ່ສຸດ ຊະນະນາງ ມາຣີນ ເລີ ແປນ ຄູ່ແຂ່ງຈາກພັກຂວາຈັດ ດ້ວຍຄະແນນຂາດລອຍເຖິງຮ້ອຍລະ 65.82 ຕໍ່ຮ້ອຍລະ 34.18.

ປັດໄຈສຳຄັນ 5 ປະການ ທີ່ເຮັດໃຫ້ມາຄຣົງຊະນະ ປະກອບໄປດ້ວຍ:

1.ໂຊກ:– ໄຊຊະນະຂອງມາຄຣົງ ເອີ້ນໄດ້ວ່າອາດມາຈາກໂຊກຊ່ວຍນຳ ເພາະຄູ່ແຂ່ງຄົນສຳຄັນ ທີ່ນອກເໜືອຈາກ ນາງ ເລີແປນ ແລ້ວ ຍັງມີອີກສອງນັກການເມືອງ ແຕ່ທັງສອງໄປພົວພັນກັບເລື່ອງທີ່ບໍ່ດີ ຈົນເຮັດໃຫ້ຜ່າຍແພ້ໄປ ໃນການເລືອກຕັ້ງຮອບທຳອິດ. ແລະ ຄະແນນສຽງສ່ວນຫຼາຍເລີຍມາຕົກທີ່ມາຄຣົງ.



2.ຄວາມສະຫຼາດ- ມາຄຣົງ ອາດລົງສະໝັກຊິງຕຳແໜ່ງປະທານາທິບໍດີ ດ້ວຍການເປັນໂຕແທນຈາກ ພັກສັງຄົມນິຍົມ ແຕ່ດ້ວຍຄວາມສະຫຼາດໃນການເບິ່ງການໄກ ທີ່ຕັດສິນໃຈອອກຈາກພັກສັງຄົມນິຍົມ ເນື່ອງຈາກຄວາມນິຍົມຂອງປະຊາຊົນຕໍ່ພັກນັ້ນຖອຍລົງ ລາວຈຶ່ງມາກໍ່ຕັ້ງພັກອອງມາຊ ເພາະເຫັນວ່າ ພັກການເມືອງໃຫຍ່ ທີ່ເກົ່າແກ່ ເລີ່ມເຊື່ອມຖອຍອຳນາດລົງ.


3.ທົດສອບສິ່ງໃໝ່ໆໃນຝຣັ່ງ– ຫຼັງຈາກທີ່ມາຄຣົງຕັ້ງກຸ່ມການເມືອງໃໝ່ແລ້ວ ກໍ່ໄດ້ນຳຫຼັກການຫາສຽງ ຂອງບາຣັກ ໂອບາມາ ທີ່ໃຊ້ດຶງຄະແນນສຽງ ຈາກປະຊາຊົນໃນປີ 2008 ໂດຍການນຳໃຊ້ທີມງານເທັກນິກ ເຄາະປະຕູເຮືອນກວ່າ 300,000 ຫຼັງ ແລະ ຍັງມີການສຳພາດ ຜູ້ມີສິດລົງຄະແນນສຽງ ທົ່ວປະເທດ ເພື່ອນຳຂໍ້ມູນ ເກັບໄວ້ໃຊ້ໃນການສ້າງແຄມເປນ ຫຼື ສະໂລແກນການເລືອກຕັ້ງອີກດ້ວຍ.


4.ສົ່ງເສີມທາງບວກ– ມາຄຣົງຂຶ້ນຊື່ວ່າເປັນ ບຸກຄົນທາງການເມືອງໜ້າໃໝ່ ທີ່ເຕີບໃຫຍ່ຂຶ້ນໃນຖານະ ລັດຖະມົນຕີດ້ານເສດຖະກິດ ປະກອບກັບລັກສະນະຂອງນາຍທະນາຄານ ພ້ອມກັບແນວຄິດສາຍກາງ ທີ່ພະຍາຍາມທຳລາຍພາກບໍລິການ ສາທາລະນະຈາກລັດ.


ໃນຂະນະທີ່ບັນຍາກາດຂອງຝຣັ່ງກຳລັງປະເຊີນກັບແນວຄິດດ້ານລົບ ແຕ່ເມື່ອມາຄຣົງກ້າວເຂົ້າສູ່ສະໜາມເລືອກຕັ້ງ ທ່າທີດ້ານບວກ ແລະ ພະຍາຍາມສື່ສານທາງດ້ານບວກ ດ້ວຍຄວາມທີ່ອາຍຸຍັງໜຸ່ມນ້ອຍ.

5.ຈຸດຢືນການສ້າງແຄມເປນຫາສຽງ– ບໍ່ພຽງແຕ່ຈະສື່ສານທາງດ້ານແງ່ບວກ ສ່ວນທາງກັບນາງ ເລີແປນ ທີ່ພະຍາຍາມບອກກັບຜູ້ມີສິດລົງຄະແນນ ດ້ວຍເລື່ອງການຕໍ່ຕ້ານຜູ້ລີ້ໄພ ການຕໍ່ຕ້ານສະຫະພາບເອີຣົບ ເຊິ່ງປະກອບກັບການທີ່ແຄມເປນຂອງນາງ ເລີ ແປນ ສະແດງອອກດ້ານລົບຕະຫຼອດເວລາ.

ດ້ານມາຄຣົງ ມັກເລີ່ມການຫາສຽງດ້ວຍການເປີດເພງປ໊ອບ ແລະ ບັນຍາກາດທົ່ວໄປ ທີ່ເບິ່ງແລ້ວສົດໄສ ແລະ ມີສີສັນກວ່າ.


ດ້ວຍເຫດຜົນດັ່ງກ່າວ ເຮັດໃຫ້ຜູ້ຄົນຫວັ່ນວ່າ ພາຍໃຕ້ການນຳຂອງນາງ ເລີແປນ ຈະນຳໄປສູ່ຄວາມໄຮ້ສະຖຽນລະພາບ ແລະ ຄວາມແຕກແຍກ. ເຊິ່ງດ້ວຍເຫດຜົນຕ່າງໆ ດັ່ງທີ່ກ່າວມານີ້ ເຮັດໃຫ້ປະຊາຊົນຝຣັ່ງເລືອກເອົາ ເອັມມານູເອລ ມາຄຣົງ ອາຍຸ 39 ປີ ມາເປັນປະທານາທິບໍດີ ໜຸ່ມຄົນໃໝ່ຂອງເຂົາເຈົ້າ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: , ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments