ລາວ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ປະມານ "6 ລ້ານກວ່າຄົນ" ໃນປີ 2019 !!!


 ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທໄດ້ຊີ້​ແຈ້ງ​ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ​ໃນອາທິດຜ່ານມານີ້ ວ່າ: ໃນປີ 2019 ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ຕັ້ງເປົ້າຈະດຶງນັກທ່ອງທ່ຽວ ທັງພາຍໃນແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ປະມານ 6 ລ້ານກວ່າຄົນ, ໂດຍຈະໄດ້ມີການສືບຕໍ່ ພັດທະນາຂະແໜງທ່ອງທ່ຽວ ໃຫ້ຫລາຍຂຶ້ນ ໂດຍຈະເນັ້ນໃສ່ ການພັດທະນາ​​ແຫລ່ງທ່ອງທ່ຽວ ແບບຍືນຍົງ ​ເຊັ່ນ: ​​ທ່ອງ​ທ່ຽວ​ທາງ​ທໍາ​ມະ​ຊາດ, ປະຫວັດສາດ ​ແລະ ວັດທະນະ​ທໍາ,  ​ເອົາໃຈໃສ່ໂຄສະນາເຜີຍແຜ່ ບັນດານິຕິກໍາ​​ໃຫ້ສັງຄົມຮັບຮູ້,ເຂົ້າໃຈຫລາຍຂຶ້ນ, ຊຸກຍູ້ຂະບວນການວັດທະນະທໍາ ສິລະປະພື້ນເມືອງ ໃນທົ່ວປະເທດຢ່າງຄຶກຄື້ນ.


ທ່ານ ບໍ່ແສງຄໍາ ວົງດາລາ ກ່າວຕື່ມອີກວ່າ: ​​ໄລຍະເວລາຜ່ານມານີ້ ລັດຖະບານ ໄດ້ມີນະໂຍບາຍພັດທະນາ ແຫລ່ງທ່ອງທ່ຽວ​​ດ້ານຕ່າງໆ ເປັນຕົ້ນ​​ ທາງດ້ານທໍາມະຊາດ, ປະຫວັດສາດແລະ ວັດທະນະທໍາເຊິ່ງ​​ແຫລ່ງທ່ອງທ່ຽວດັ່ງກ່າວ ດ້ມີຕົວເລກເພີ່ມຂຶ້ນ, ພື້ນຖານໂຄ່ງລ່າງທີ່ຮັບໃຊ້ ວຽກງານທ່ອງທ່ຽວ ກໍໄດ້ຮັບການພັດທະນາ ເປັນຈໍານວນຫລາຍ ທັງດ້ານປະລິມານແລະ ຄຸນນະພາເຊີ່ງປະຈຸບັນ ພວກເຮົາມີໂຮງແຮມປະເພດຕ່າງໆ ປະມານ 540 ກວ່າແຫ່ງ, ​ເຮືອນພັກທຸກປະເພດປະມານ 2.000 ກວ່າແຫ່ງ, ຮ້ານບັນເທິງ 3.600 ກວ່າແຫ່ງ, ຮ້ານອາຫານ 3.900 ກວ່າແຫ່ງ.ໄປຄຽງຄູ່ກັນນີ້, ອາຫານລາວ ກໍຍັງໄດ້ຮັບ ຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວຫລາຍຂຶ້ນ. ພ້ອມນີ້, ລັດຖະບານ ກຳລັງສະເໜີພາກສ່ວນກ່ຽວ ຂ້ອງຂອງສາກົນ ຂຶ້ນທະບຽນມໍລະດົກໂລກ ທົ່ງ​​ໄຫຫີນ, ນອກນີ້ ພວກເຮົາຍັງໄດ້ສ້າງຂະບວນການ ສ້າງບ້ານວັດທະນະທໍາ, ຄອບຄົວວັດທະນະທໍາ, ສິລະປະພື້ນບ້ານໃຫ້ຫລາຍຂື້ນເພື່ອເປັນການດຶງດູດນັກທ່ອງທ່ຽວ ຈາກຕ່າງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ, ມາຮອດປີ 2016 ນີ້ໄດ້ມີນັກທ່ອງທ່ຽວເຂົ້າມາ ປະເທເຮົາຈໍານວນ 4 ລ້ານກວ່າຄົນ, ສ້າງລາຍຮັບ ໃຫ້ກັບປະເທດເຮົາເກືອບ 700 ລ້ານ​ໂດ​ລາສະຫະລັດ ເຊິ່ງນັບ​ວ່າ ເປັນຈໍານວນບໍ່ໜ້ອຍ. ນອກຈາກນີ້,ເມືອງຫລວງພະບາງ ຍັງໄດ້ຮັບນາມມະຍົດ ​ເປັນ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວທີ່ດີທີ່ສຸດ ຫລາຍປີຕິດຕໍ່ກັນ ຈາກວາລະສານ ທີ່ມີຊື່ສຽງຂອງສາກົນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວ: KPL, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments