ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ພ້ອມ ດ້ວຍຄະນະນຳແຂວງ ໄດ້ລົງກວດກາໂຄງການ ປັບປຸງກໍ່ສ້າງເຂດອານຸສອນສະຖານ ປະຫັວດສາດປະຕິວັດຖ້ຳບ້ານຕ້າຍ ເມືອງແປກ ແຂວງຊຽງຂວາງ ໃນຕອນເຊົ້າວັນທີ 1 ພຶດສະພາ 2017 ຜ່ານມານີ້.
ໂຄງການດັ່ງກ່າວ ໄດ້ຮັບເໝົາປັບປຸງກໍ່ສ້າງໂດຍບໍລິສັດ ແຈງຫົງກໍ່ສ້າງເຄຫາ ແລະ ຂົວທາງຈຳກັດ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນພຶດສະພານີ້ ເພື່ອຕ້ອນຮັບພະນະທ່ານ ຄຳໄຕ ສີພັນດອນ ອາດີດເລຂາທິການສູນກາງພັກ ທີ່ຈະມາ ຢ້ຽມຢາມແຂວງຊຽງຂວາງໃນຕົ້ນເດືອນມິຖຸນາ, ເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນ ປະຕິວັດລາວຄົບຮອບ 70 ປີ ທີ່ຈະມາເຖິງໃນຕໍ່ໜ້າ ແລະ 2 ວັນປະຫັວດ ສາດລາວ-ຫວຽດນາມ ມູນຄ່າການກໍ່ສ້າງໂດຍບໍ່ເອົາກຳໄລ 480 ລ້ານກີບ ໃນນີ້ບໍລິສັດແຈງຫົງກໍ່ສ້າງເຄຫາ ແລະ ຂົວທາງຈຳກັດ ໄດ້ມອບເງິນປະກອບສ່ວນຊ່ວຍ 280 ລ້ານກວ່າກີບ, ມອບໂດຍທ່ານ ແຈງຫົງ ປະທານບໍລິສັດ ກ່າວຮັບໂດຍທ່ານ ວົງສາ ດວງທອງລາ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວແຂວງ ໂດຍຊ່ອງໜ້າທ່ານ ເຈົ້າແຂວງແຂວງຊຽງຂວາງພ້ອມດ້ວຍຄະນະ ໂຄງການດັ່ງກ່າວມີຄວາມຄືບໜ້າ 60%.
ເນື່ອງຈາກເຂດອານຸສອນສະຖານແຫ່ງນີ້ ເຄີຍເປັນຖານທີ່ໝັ້ນຂອງການປະຕິວັດ ໂດຍການນຳພາຊີ້ນຳຂອງສູນກາງພັກປະຊາຊົນລາວ ກໍ່ຄື ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ເພື່ອດຳເນີນສົງຄາມປະຊາຊົນ ຢູ່ແຂວງຊຽງຂວາງ ໂດຍການຮ່ວມມືສຳພັນ ສູ້ຮົບລາວ-ຫວຽດນາມ ຕ້ານຈັກກະພັດລ່າເມືອງຂື້ນແບບໃໝ່ ຖານທີ່ໝັ້ນແຫ່ງ ນີ້ສ້າງຕັ້ງຂື້ນເມື່ອປີ 1961 ພາຍຫຼັງທີ່ກຳລັງປະຕິວັດ ໄດ້ປົດປ່ອຍເຂດທົ່ງໄຫຫີນໃນວັນທີ 1 ມັງກອນ ປີ1961 ໃນເຂດນີ້ມີສຳນັກງານ, ອົງການຊ່ວຍວຽກ ຂອງສູນກາງພັກຈຳນວນໜຶ່ງ ສະຖານທີ່ເຮັດວຽກຂອງບັນດາທ່ານຜູ້ນຳປະຕິວັດຄື: ທ່ານ ໜູຮັກ ພູມສະຫັວນ, ທ່ານ ພູມີ ວົງວິຈິດ, ທ່ານ ຄຳໄຕ ສີພັນດອນ, ທ່ານ ພູນ ສີປະເສີດ, ທ່ານ ສະໝານ ວິຍະເກດ, ທ່ານ ສິງກະໂປ ສີໂຄດຈຸນລະມານີ ແລະ ທ່ານຜູ້ນຳອື່ນໆ ຈິ່ງເຮັດໃຫ້ ແຂວງກໍ່ຄືປະຊາຊົນຊາວຊຽງຂວາງ ໄດ້ຕົກລົງປັບປຸງ ກໍ່ສ້າງສະຖານທີ່ແຫ່ງນີ້ຄືນໃໝ່ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ກໍ່ຄືສຶກສາຮໍ່າຮຽນເອົາແນວຄິດ ແບບຢ່າງຂອງຜູ້ນຳປະຕິວັດ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ ຄວາມເສຍສະຫຼະຢ່າງ ບໍ່ມີຂອບເຂດ ເພື່ອໄຊຊະນະ ຂອງການປະຕິວັດ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment