ເກີດເຫດໄວລຸ້ນ ອາຍຸ 26 ປີ ໃຊ້ພ້າຟັນຄໍ ແລະ ແຂນ ເດັກ ອາຍຸ 7 ປີ ຢູ່ບ້ານໜອງແວງ ເມືອງປະທຸມພອນ ແຂວງຈໍາປາສັກ ໃນວັນທີ 30 ເມສາ 2017 ຈົນເສຍຊີວິດຄາທີ່.
ເຈົ້າໜ້າທີ່ ປກສ ເມືອງປະທຸມພອນ ເປີດເຜີຍເບື້ອງຕົ້ນວ່າ: ຜູ້ກໍ່ເຫດຄື: ທ້າວ ສຸດໃຈ ອາຍຸ 26 ປີ ຢູ່ບ້ານໜອງແວ້ງ ເມືອງປະທຸມພອນ. ກ່ອນເກີດເຫດ, ທ້າວ ສຸດໃຈ ໄດ້ນັ່ງຢູ່ກ້ອງຕະລ່າງເຮືອນຂອງຜູ້ກ່ຽວ ແລະ ມີອາການກະວົນກະວາຍໃຈຮ້າຍ ແລະ ອາລະວາດໃສ່ພໍ່.
ໃນຂະນະນັ້ນ, ທ້າວ ບິນລີ້ ( ຜູ້ເສຍຊີວິດ ) ອາຍຸ 7 ປີ, ເຊິ່ງເປັນຄົນຢູ່ເຮືອນໃກ້ກັນໄດ້ຍ່າງໄປຫຼິ້ນນໍາຜູ້ກ່ຽວຢູ່ເຮືອນ. ຈາກນັ້ນ, ທ້າວ ສຸດໃຈ ກໍຍ່າງຂຶ້ນໄປເອົາພ້າຍາວປະມານ 40 ຊັງຕີແມັດ ແລ້ວຢ່າງລົງໄປຟັນໃສ່ແຂນ 1 ບາດ ແລະ ຟັນໃສ່ຄໍ 2 ບາດ ເຮັດໃຫ້ທ້າວ ບິນລີ້ ລົ້ມຟຸບລົງພື້ນນອນດີ້ນຈົມກອງເລືອດ ຈົນເສຍຊີວິດຄາທີ່. ຈາກນັ້ນ, ກໍຍ່າງໄປລ້າງພ້າຢູ່ຂ້າງເຮືອນ ແລ້ວເອົາໄປປະໄວ້ຄືເກົ່າ.
ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປະທຸມພອນ ໃຫ້ຮູ້ວ່າ: ສາເຫດຂອງການຄາດຕະກໍາຄັ້ງນີ້ ຍັງຢູ່ໃນຂັ້ນຕອນຂອງການ ສອບສວນ ຄາດວ່າຜູ້ກ່ຽວອາດຈະເສບຢາບ້າຫຼາຍຈົນອາການປະສາດຫຼອນ ເປັນເຫດຄາດຕະກໍາໃນຄັ້ງນີ້.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment