ເຈົ້າໜ້າທີ່ພາສີ ພະແນກຄຸ້ມຄອງກວດກາພາສີ ແລະ ຕ້ານການຄ້າຂາຍເຖື່ອນ ກົມພາສີ ກະຊວງການເງິນສົມທົບກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດທຳລາຍສານເຄມີ ລວມນ້ຳໝັກ 720 ກິໂລ ທີ່ຢຶດໄດ້ຈາກກຸ່ມຄົນບໍ່ດີລັກລອບນຳເຂົ້າມາ ສປປ ລາວ ປີ 2006.
ທ່ານ ສົມບູນ ສຸກສະຫວັດ ຮອງຫົວໜ້າພະແນກຄຸ້ມຄອງກວດກາພາສີ ແລະ ຕ້ານການຄ້າຂາຍເຖື່ອນ ກົມພາສີ ເປີດເຜີຍວ່າ: ສານເຄມີ (ປະເພດຝຸ່ນ) ທີ່ນຳມາທຳລາຍຄັ້ງນີ້ ມີນ້ຳໜັກ 720 ກິໂລ ທີ່ເຈົ້າໜ້າທີ່ພາສີຢຶດໄດ້ຈາກການລັກລອບນຳເຂົ້າຂອງກຸ່ມຄົນບໍ່ດີ ໃນປີ 2006 ການທຳລາຍຄັ້ງນີ້ເປັນຄັ້ງທຳອິດຂອງກົມພາສີ ເຊິ່ງໃນໄລຍະຜ່ານມາ ກໍ່ໄດ້ເອົາໃຈໃສ່ໃນການປະຕິບັດວຽກງານ ໂດຍສະເພາະ ການຕ້ານ ແລະ ສະກັດກັ້ນຕ້ານການລັກລອບສິນຄ້າໜີພາສີ ເຂັ້ມງວດໃນການປະຕິບັດກົດໝາຍວ່າດ້ວຍພາສີ ພ້ອມທັງໄດ້ປະສານສົມທົບກັບບັນດາປະເທດໃກ້ຄຽງ ທີ່ມີຊາຍແດນຕິດຈອດ ທັງນີ້ ເພື່ອໃຫ້ວຽກງານຕ້ານການລັກລອບນຳເຂົ້ານັບມື້ໝົດໄປ.
ທ່ານ ສົມພອນ ຄຳພັນວົງ ຫົວໜ້າໜ່ວຍງານຄຸ້ມຄອງເຄມີ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຍັງໃຫ້ຮູ້ວ່າ: ສານເຄມີ (ປະເພດຝຸ່ນ) ທີ່ເຈົ້າໜ້າທີ່ພາສີຢຶດໄດ້ຈາກກຸ່ມຄົນບໍ່ດີ ມີນ້ຳໜັກ 720 ກິໂລ ເຊິ່ງເປັນສານຕັ້ງຕົ້ນ ສາມາດຜະລິດເປັນຢາກະຕຸ້ນທາງເພດ ຜະລິດເປັນຢາເສບຕິດ ເປັນອັນຕະລາຍຕໍ່ສຸຂະພາບ ຖ້າຫາກວ່າສານດັ່ງກ່າວຫຼຸດພົ້ນຈາກການສະກັດກັ້ນຂອງເຈົ້າໜ້າທີ່ ຈະເປັນອັນຕະລາຍ ຖ້າຫາກນຳໄປຜະລິດເປັນຢ່າງອື່ນໆຈະມີມູນຄ່າມະຫາສານ.
ພິທີທຳລາຍສານເຄມີດັ່ງກ່າວຈັດຂຶ້ນວັນທີ 5 ພຶດສະພາ 2017 ທີ່ສະໜາມບຳບັດຂີ້ເຫຍື້ອ ຫຼັກ 32 ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ: Vientianemai, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
Comments
Post a Comment