ລັດຖະບານ ອະນຸມັດງົບປະມານ "700 ຕື້ກີບ" ແກ້ໄຂບັນຫາໜີ້ສິນ ການລົງທຶນຂອງລັດຖະບານ


ໄລຍະຜ່ານມາ ລັດຖະບານ ໄດ້​​ແກ້ໄຂບັນຫາໜີ້ສິນ​​ ໂດຍຖືເປັນວຽກຈຸດສຸມແລະໄດ້ແກ້ໄຂຈໍານວນໜຶ່ງ ​​​ເຊິ່ງໄດ້ຈັດສັນງົບປະມານ ເພື່ອຊໍາລະໃນແຕ່ລະປີ ໃນແຜນ 3 ​ເດືອນຂ້າມຜ່ານປີ 2016 ​ໄດ້ອະນຸມັດແຜນການ ຊໍາລະໜີ້ສິນ 700 ຕື້ກີບ, ​ໃນນີ້ 400 ຕື້ກີບເພື່ອຊໍາລະ ໂຄງການລົງທຶນຂອງລັດ ແລະ 300 ຕື້ກີບ ສໍາລັບໜີ້ພັນທະບັດ ໂຄງການລົງທຶນຂອງລັດ. ​ປັດຈຸບັນ ໜີ້ສີນຕ່າງປະເທດກວມ 52% ຂອງ GDP ​ແລະ ໜີ້ສິນພາຍໃນກວມ 6,3% ຂອງ GDP.​


ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຂໍ້ຊັກຖາມຂອງສສຊ ກ່ຽວກັບການແກ້ໄຂ ບັນຫາໜີີ້ສິນ ​​ໃນວາລະກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ​ເມື່ອບໍ່ດົນມານີ້ ວ່າ: ມາຮອດປັດຈຸບັນ ກະຊວງແຜນການແລະ ການລົງທຶນ ໄດ້ເປັນເຈົ້າການ ສັງລວມຄືນໜີ້ສິນທັງໝົດ ຈາກບັນດາໂຄງການລົງທຶນຂອງລັດ ໂດຍສະເພາະ​​ແມ່ນໂຄງການທີ່ໄດ້ ຈັດຕັ້ງປະຕິບັດແລ້ວ ເຊິ່ງເປັນຈໍານວນເງິນ ງົບປະມານ 13 ພັນກວ່າຕື້ກີບເຊິ່ງລັດຖະບານ ກໍາລັງຄົ້ນຄ້ວາ ວິທີການແກ້​​ໄຂ ດ້ວຍມາດຕະການຕ່າງໆໂດຍໄດ້ມີການແຕ່ງຕັ້ງ ຄະນະແກ້ໄຂໜີ້ສິນ.


ທ່ານ ສົມດີ ດວງດີ ​ໃຫ້ຮູ້ຕື່ມວ່າ: ການແກ້ໄຂໜີ້ສາທາລະນະ ກະຊວງການເງິນ ໄດ້ປະຕິບັດໜ້າທີ່ແລະ ຄວາມຮັບຜິດຊອບ ລະຫວ່າງ ກະຊວງແຜນການແລະ ການລົງທຶນແລະ ກະຊວງການເງິນ ຕາມພາລະບົດບາດຂອງຕົນ ຢ່າງຈະແຈ້ງ ສະເພາະກະຊວງການເງິນ ກໍໄດ້ມີການປັບປຸງ ພາລະບົດບາດຂອງກະຊວງແລະ ບັນດາກົມເພື່ອໃຫ້ສາມາດ ສັງລວມໜີ້ສິນຢ່າງລວມສູນແລະ ວາງມາດຕະການແກ້ໄຂ ຢ່າງເປັນລະບົບ ພ້ອມນັ້ນ ເພື່ອສາມາດສັງລວມ, ຄຸ້ມຄອງໜີ້ສິນ ໂດຍໄດ້ມີການຄົ້ນຄ້ວາ ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນ ສາທາລະນະໃນທ້າຍປີນີ້ ໜີ້​​ສິນຂອງລັດຖະບານ ສັງລວມແລ້ວຍອດໜີ້ທັງໝົດ ລວມທັງໜີ້ພາຍໃນແລະ ຕ່າງປະເທດ ຍັງຢູ່ໃນລະດັບສູງສົມຄວນເຊິ່ງເປັນຈຸດທີ່ມີຄວາມສ່ຽງຖ້າພວກເຮົາບໍ່ມີມາດຕະການ ຢ່າງເຂັ້ມງວດແລະ ຮັດກຸມໃນຕໍ່ໜ້າ.


າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: ປະເທດລາວ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
 
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments