ຮຽກຮ້ອງ “ອາເມຣິກາ” ປິດຖານທັບກວ່າ 800 ແຫ່ງທົ່ວໂລກ ເພາະເປັນໄພຄຸກຄາມສັນຕິພາບໂລກ!!


 ອາເມຣິກາ ໄດ້ຈັດຕັ້ງສູນການທະຫານ ຫຼາຍຮ້ອຍແຫ່ງຂຶ້ນໃນທົ່ວໂລກ ແລະ ມີແຜນທີ່ຈະສ້າງເພີ່ມຕື່ມ, ປະທານສູນຄວາມເປັນປຶກແຜ່ນ ແລະ ການຕໍ່ສູ້ເພື່ອສັນຕິຂອງບຣາຊິລ (Cebrapaz) ອັນໂຕນິໂອ ບາເຣໂຕ ບອກກັບ Sputnik News ໂດຍກ່າວວ່າ ຖານທັບທະຫານອາເມຣິກາ ໃນຕ່າງປະເທດ ເປັນໄພຄຸກຄາມຕໍ່ກັບສັນຕິພາບຂອງໂລກ ແລະ ຄວາມໝັ້ນຄົງ ເຊິ່ງຈຳເປັນຕ້ອງປິດໂຕລົງ.

"ພວກເຮົາສະໜັບສະໜູນສັນຕິພາບ ແລະ ຊຸກຍູ້ໃຫ້ປິດຖານທັບຕ່າງປະເທດ ເນື່ອງຈາກໃນຕອນນີ້ ພວກເຮົາກຳລັງປະເຊີນໜ້າ ກັບຄວາມຂັດແຍ່ງສຳຄັນ ເທິງແຫຼມສະໝຸດເກົາຫຼີ ເຊິ່ງອາດເຮັດໃຫ້ເຫັນການໃຊ້ອາວຸດນິວເຄລຍຂອງອາເມຣິກາ, ເຮືອຮົບ, ເຮືອດຳນໍ້າ ແລະ ກອງກຳລັງຂອງອາເມຣິກາ ກໍ່ໄພຄຸກຄາມ ຕໍ່ປະເທດຈີນ ແລະ ທຸກປະເທດ ໃນພູມມິພາກ ແລະ ສົ່ງຜົນຕໍ່ຄວາມສະຫງົບສຸກຂອງໂລກ ໂດຍທາງອາເມຣິກາພາຍໃຕ້ການນຳຂອງ ປະທານາທິບໍດີ ໂດນັລດ໌ ທຣັມ ມີຖານທັບທົ່ວໂລກກວ່າ 800 ແຫ່ງ ແລະ ຍັງຈະສ້າງເພີ່ມຕື່ມອີກ" ລາວກ່າວ.

ຂໍ້ສັງເກດການເຫຼົ່ານີ້ຖືກພິຈາລະນາໃນຊ່ວງຂອງສຳມະນາ V International Seminar for Peace ແລະ ການລົບລ້າງຖານທັບທະຫານຕ່າງປະເທດ ທີ່ຈັດຂຶ້ນທີ່ Guantanamo Bay ປະເທດຄິວບາ ລະຫວ່າງວັນທີ 4-6 ພຶດສະພາ ຈາກໂຕແທນປະເທດຕ່າງໆປະມານ 30 ປະເທດ.

ອັນໂຕນິໂອ ບາເຣໂຕ ຍັງໄດ້ວິພາກວິຈານອາເມຣິກາ ໃນການດຳເນີນນະໂຍບາຍທາງການຕ່າງປະເທດ ດ້ວຍການແຊກແຊງ ແລະ ນຳທະຫານຈຳນວນຫຼາຍ ເຂົ້າໄປປະເທດຕ່າງໆ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments