ເມື່ອວັນທີ 30 ເມສາທີ່ຜ່ານມາ ສຳນັກຂ່າວຣອຍເຕີ້ ມີລາຍງານວ່າ ໂດນັລດ໌ ທຣັມ ປະທານາທິບໍດີອາເມຣິກາ ໄດ້ຕິດຕໍ່ຜ່ານທາງໂທລະສັບເຖິງ ພົນເອກ ປະຢຸດ ຈັນໂອຊາ ນາຍົກຂອງປະເທດໄທ ລວມທັງນາຍົກ ລີ ຊຽນ ລຸງ ຜູ້ນຳປະເທດສິງກະໂປ ເພື່ອຫາລືກ່ຽວກັບສະຖານະການ ຄວາມໝັ້ນຄົງຂອງພູມມິພາກ ອາຊີປາຊີຟິກ ໃນຂະນະທີ່ດຽວນີ້ກຳລັງເກີດຄວາມຕຶງຄຽດ ກັບເກົາຫຼີເໜືອຢ່າງໜັກ.
ທັງນີ້ ໂດນັລດ໌ ທຣັມ ໄດ້ມີຄຳເຊີນໃຫ້ ພົນເອກ ປະຢຸດ ແລະ ຜູ້ນຳສິງກະໂປ ເດີນທາງເຂົ້າພົບ ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ດີ.ຊີ ປະເທດອາເມຣິການຳ ເຊິ່ງກ່ອນໜ້ານັ້ນດ້ານ ທຣັມ ໄດ້ເຊື້ອເຊີນຜູ້ນຳຟີລິບປິນ ເຊັ່ນດຽວກັນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້
Comments
Post a Comment