ເຖົ້າໂລກຈິດຂົ່ມຂືນ "ແຂ້" ມື້ລະ "ຫຼາຍໆຮອບ" ກັບເຫດຜົນທີ່ຮັບບໍ່ໄດ້!!!

 
ເຫດການເກີດຈາກ ຣູເພີດ ດາວິນ ຊາວປະມົງອາຍຸ 59 ປີ ອາໄສໃນລັດຟລໍຣິດາ ປະເທດອາເມຣິກາ ໄດ້ກໍ່ເຫດຂົ່ມຂືນ “ແຂ້” ຄວາມຍາວປະມານ 4 ແມັດ ໂດຍມັດຂາທັງ 4 ຂອງມັນໄວ້ ແລະ ເອົາຜ້າມາປິດຕາ ກ່ອນລົງມືຂົ່ມຂືນແຂ້ ຜູ້ໂຊກຮ້າຍໂຕນີ້ ວັນລະຫຼາຍໆເທື່ອ!!

ເລື່ອງລາວດັ່ງກ່າວໄດ້ຮັບການເປີດເຜີຍຂຶ້ນ ເມື່ອນັກທ່ອງທ່ຽວ ໄດ້ເດີນທາງຜ່ານບ້ານຂອງລາວ ແລະ ໄດ້ເຫັນຊາຍຕົນນີ້ກຳລັງຂົ່ມຂືນແຂ້ຂະໜາດໃຫຍ່ ທີ່ຖືກຈັບມັດຂາ ແລະ ປາກເອົາໄວ້ ເຮັດໃຫ້ນັກທ່ອງທ່ຽວທີ່ເຫັນຕົກໃຈຢ່າງສູງ ແລ່ນໄປແຈ້ງຕຳຫຼວດ ໃຫ້ມາຈັບກຸມດາວິນ ໃນຂໍ້ຫາທໍລະມານສັດ ແລະ ເຮັດຜິດກົດໝາຍຮັກສາສັດປ່າ.

ດາວິນ ອ້າງວ່າ ທີ່ລາວເຮັດແບບນີ້ ເພື່ອແກ້ແຄ້ນແຂ້ໂຕນີ້ ເພາະຂະນະທີ່ລາວກຳລັງຫາປາໃນໜອງ ໄດ້ຖືກແຂ້ງັບ ແລະ ພະຍາຍາມລາກເພື່ອໄປກິນໃນນໍ້າ ແຕ່ດາວິນລອດມາໄດ້ ແລະ ຍັງສາມາດຈັບແຂ້ໄວ້ໄດ້ອີກ ລາວເລີຍຄິດແກ້ແຄ້ນມັນ ທຳອິດຄິດວ່າຈະຕັດຫາງ ແລະ ຫຼົກແຂ້ວມັນ ແຕ່ມັນກໍ່ບໍ່ສະໃຈພໍ ລາວບໍ່ໄດ້ຄິດຫຍັງທາງເພດກັບແຂ້ ພຽງແຕ່ຕ້ອງການສອນບົດຮຽນ ທີ່ມັນຄວນໄດ້ຮັບ!!

ສຳລັບແຂ້ເຄາະຮ້າຍໂຕນັ້ນ ໄດ້ຮັບການຮັກສາອາການບາດເຈັບ ແລະ ຄາດການວ່າ ຈະຖືກນຳກັບເຂົ້າປ່າພາຍໃນ 2-3 ອາທິດ.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments