ເມື່ອວັນທີ 4 ພຶດສະພາ ເອເອຟພີລາຍງານ ສະຖານະການຕຶງຄຽດ ເທິງແຫຼມສະໝຸດເກົາຫຼີວ່າ ເກົາຫຼີເໜືອເດີນຫນ້າສະແດງອາການບໍ່ພໍໃຈ ແລະ ພ້ອມລາມມາຮອດຈີນ ອ້າຍໃຫຍ່ ແລະ ພັນທະມິດ ທີ່ສຳຄັນທີ່ສຸດຂອງເກົາຫຼີເໜືອ ຫຼັງຈາກທີ່ລັດຖະບານຈີນ ປະກາດໃຫ້ຊາວຈີນ ເດີນທາງອອກຈາກເກົາຫລີເໜືອໃນທັນທີ ແລະ ຫຼັງຈາກນັ້ນ ສື່ດັງຂອງສອງປະເທດ ກໍ່ປະທະກັນທັນທີ.
ສຳນັກຂ່າວ KCNA ກະບອກສຽງພັກແຮງງານຂອງເກົາຫຼີເໜືອ ກ່າວໂຈມຕີທາງການຈີນ ກໍລະນີທີ່ມີທ່າທີຕໍ່ຕ້ານ ການພັດທະນານິວເຄລຍ ແລະ ຂີປະນາວຸດຂ້າມທະວີບວ່າ ທາງການຈີນ ຄວນສຳນຶກໃນບຸນຄຸນ ຂອງເກົາຫຼີເໜືອ ທີ່ໄດ້ປົກປ້ອງຈີນ ຈາກໄພຄຸກຄາມເທິງແຫລມສະໝຸດເກົາຫຼີ ພ້ອມຂູ່ວ່າຈີນຈະພົບກັບຜົນທີ່ຮ້າຍແຮງ ຫາກຍັງຊິສະແດງອາການກວນເກົາຫຼີເໜືອຢູ່.
ຈາກນັ້ນບໍ່ດົນ ໂກລບອລ ໄທມສ໌ ສື່ກະບອກສຽງຂອງພັກກອມມູນິດຈີນ ຕອບໂຕ້ວ່າ ເກົາຫຼີເໜືອ ຢູ່ໃນສະຖານະການ ຂອງຄວາມບໍ່ມີເຫດຜົນ ຂະນະທີ່ກ່ອນໜ້ານີ້ບັນດາສື່ໃນຈີນ ຍັງຮຽກຮ້ອງໃຫ້ລັດຖະບານຈີນ ປະຕິບັດມາຕະການຂັ້ນເດັດຂາດ ໃນການຄວໍ້າບາດເກົາຫຼີເໜືອ ແລະ ຮຽກຮ້ອງໃຫ້ເກົາຫຼີເໜືອຢຸດການຍຸແຍ່.
ຕໍ່ມາທາງ KCNA ກໍ່ບໍ່ຍອມແພ້ອີກ ໂຈມຕີ ພີເພິລ ເດລີ່ ແລະ ໂກລບອລ ໄທມສ໌ ຂອງຈີນວ່າ ພະຍາຍາມສ້າງຂໍ້ອ້າງ ເພື່ອເຂົ້າຂ້າງອາເມຣິກາ ແລະ ການທີ່ຈີນບອກເກົາຫຼີເໜືອ ໃຫ້ຢຸດໂຄງການນິວເຄລຍ ຖືວ່າເປັນການລໍ້າເສັ້ນ ພ້ອມຢືນຢັນວ່າເກົາຫຼີເໜືອ ບໍ່ມີມື້ທີ່ຈະຮຽກຮ້ອງຄວາມມີໄມຕີຈິດ ແລະ ຄວາມຊ່ວຍເຫຼືອຈາກຈີນອີກ ເພາະໂຄງການດັ່ງກ່າວນັ້ນ ມີຄວາມສຳຄັນທຽບເທົ່າກັບຊີວິດຂອງເກົາຫຼີເໜືອ.
ກ່ອນໜ້ານີ້ ສະຖານທູດຈີນໃນເກົາຫຼີເໜືອ ພະຍາຍາມແນະນຳໃຫ້ຊາວຈີນ ໂດຍສະເພາະເຊື້ອສາຍເກົາຫຼີ ເດີນທາງກັບປະເທດ ຕັ້ງແຕ່ເດືອນເມສາ. ຊາວຈີນຄົນໜຶ່ງເຜີຍວ່າ ໄດ້ຮັບການຕິດຕໍ່ຈາກສະຖານທູດຈີນ ລາວກ່າວວ່າ ສະຖານທູດ ບໍ່ເຄີຍໃຊ້ວິທີການແບບນີ້ມາກ່ອນ ຕົນຈຶ່ງຮູ້ສຶກກັງວົນ ແລະ ເດີນທາງ ກັບປະເທດຢ່າງຮີບດ່ວນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment