ກອງທັບລັດເຊຍ ຈະຊ່ວຍເຫຼືອ "ເກັບກູ້ລະເບີດ" ແລະ "ໃຫ້ທຶນການສຶກສາ" ແກ່ກອງທັບລາວຫຼາຍຂຶ້ນ



ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ມົດສະກູ ວ່າດ້ວຍຄວາມໝັ້ນຄົງສາກົນຄັ້ງທີ 6 ທີ່ກະຊວງປ້ອງກັນປະເທດແຫ່ງ ສະຫະພັນ ຣັດເຊຍເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 26-27 ເມສາ 2017 ນີ້, ຕາມຄຳເຊີນຂອງ ທ່ານ ພົນເອກ ເຊເກີ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນຣັດເຊຍ ຢູ່ນະຄອນຫຼວງ ມົດສະກູ ແຫ່ງສະຫະພັນຣັດເຊຍ.

ໂອກາດເຂົ້າຮ່ວມກອງປະຊຸມມົດສະກູ ວ່າດ້ວຍຄວາມໝັ້ນຄົງຄັ້ງທີ 6 ໃນຄັ້ງນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດເຮົາ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ພົນເອກ ເຊີເກ ໂຊຍກູ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງສະຫະພັນຣັດເຊຍ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງ ການຮ່ວມມືທາງດ້ານ ວຽກງານປ້ອງກັນຊາດ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງສອງກອງທັບລາວ-ຣັດເຊຍ ຣັດເຊຍ-ລາວ ໃນນີ້ຝ່າຍຣັດເຊຍຢືນຢັນ ຈະໃຫ້ການຊ່ວຍເຫຼືອແກ່ລາວ ໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ການພັດທະນາ ຊັບພະຍາກອນມະນຸດ ໂດຍເພີ່ມທຶນການສຶກສາໃຫ້ແກ່ກອງທັບລາວ.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: Посольство России в Лаосе Russian Embassy in Laos , ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments