ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ຮັບຄວາມໄວ້ວາງໃຈ ຈາກບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຖຶກເລືອກຕັ້ງໃຫ້ຮັບໜ້າທີ່ ປະທານກວດສອບ ອີກໜຶ່ງສະໄໝ ພາຍຫຼັງໃນໄລຍະຜ່ານມາ ຜູ້ກ່ຽວໄດ້ມີຜົນງານພົ້ນເດັ່ນ ໃນການກວດສອບ ເຊິ່ງເປັນເສນາທິການ ໃຫ້ສະພາແຫ່ງຊາດ ໃນການສະຫຼຸບ, ລາຍງານການກວດສອບ ແລະ ບັນດາຕົວເລກງົບປະມານ ຂອງການພັດທະນາ ເສດຖະກິດ-ສັງຄົມ ເພື່ອໃຫ້ລັດຖະບານສາມາດເກັບກູ້ລາຍຮັບ ເຂົ້າງົບປະມານໄດ້ສ່ວນຫຼາຍທັງ ສູນກາງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ.
ນອກນັ້ນ, ທ່ານກໍ່ຍັງເປັນເພດຍິງ ທີ່ມີຄວາມສາມາດເວົ້າໄວ້ 3 ພາສາ ກໍ່ຖືວ່າເປັນບຸກຄົນທີ່ເໝາະສົມ ເພື່ອຈະແບກຫາບພາລະ ອັນໜັກໜ່ວງດັ່ງກ່າວນີ້. ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ກໍ່ໄດ້ອ່ານໜັງສືຂອງປະທານປະເທດ ກ່ຽວກັບສະເໜີໃຫ້ທ່ານ ນາງ ວຽງທອງ ສີພັນດອນ ສືບຕໍ່ເປັນປະທານ ອົງການກວດສອບແຫ່ງລັດ ອີກວາລະໜຶ່ງ ເຊິ່ງໃນຕອນເຊົ້າຂອງວັນທີ 2 ພຶດສະພານີ້ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ3 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ມີການປະກອບຄຳຄິດເຫັນຈາກ ສສຊ ແລ້ວລົງຄະແນນ ສຽງເຫັນດີິ 117 ທ່ານ ຈາກ ສສຊ ເຂົ້າຮ່ວມທັງໝົດ 129 ທ່ານ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment