ດ່ວນ!! ອາເມຣິກາ ຍິງຂີປະນາວຸດຂ້າມທະວີບອີກຄັ້ງ ຢືນຢັນ "ບໍ່ໄດ້ຕ້ອງການສະແດງອຳນາດ"

 
ສຳນັກຂ່າວເອເອຟພີ ລາຍງານວ່າ ກອງທັບອາກາດອາເມຣິກາ ໄດ້ທົດລອງຍິງຂີປະນາວຸດຂ້າມທະວີບ “ມິນິທແມນ 3” ແຕ່ບໍ່ໄດ້ຕິດຫົວຮົບ ຈາກຖານຍິງທີ່ລັດແຄລິຟໍເນຍ ເມື່ອຊ່ວງເຊົ້າຂອງວັນທີ 3 ພຶດສະພາ ຕາມເວລາທ້ອງຖິ່ນ ເຊິ່ງຖືເປັນການທົດລອງຍິງ ມິນິທແມນ 3 ເທື່ືອທີ່ 2 ໃນຮອບພຽງອາທິດດຽວ.

ໂຈ ໂທມັສ ໂຄສົກຂອງກອງບັນຊາການໂຈມຕີ ຂອງກອງທັບອາກາດອາເມຣິກາ ເປີດເຜີຍວ່າ ການທົດສອບດັ່ງກ່າວ ເປັນກິດຈະວັດປົກກະຕິ ບໍ່ໄດ້ຕ້ອງການສະແດງອຳນາດທາງການທະຫານແຕ່ຢ່າງໃດ ທ່າມກາງຄວາມຕຶງຄຽດ ລະຫວ່າງ ອາເມຣິກາກັບເກົາຫຼີເໜືອ.

ຖະແຫຼງການຂອງກອງທັບອາກາດອາເມຣິກາລະບຸວ່າ ຂີປະນາວຸດຂ້າມທະວີບມິນິທແມນ 3 ຖືກຍິງອອກຈາກ ຖານທັບອາກາດແວນແດນເບີກ ແລະ ເດີນທາງໄປໄກເຖິງ 6,700 ກິໂລແມັດ ກ່ອນທີ່ຈະຕົກລົງ ໃກັກັບແນວປະກາລັງ ໃນມະຫາສະໝຸດປາຊີຟິກ.

ລິນດາ ຟຣອສຕ໌ ໂຄສົກຍິງຂອງກອງທັບອາກາດກ່າວວ່າ ມິນິທແມນ 3 ເປັນຂີປະນາວຸດທີ່ສາມາດຕິດຕັ້ງ ຫົວຮົບນິວເຄລຍໄດ້ ແລະ ຈະມີການທົດສອບລັກສະນະນີ້ ປະມານປີລະ 4 ເທື່ອ (ແຕ່ປີນີ້ ພາຍໃນອາທິດດຽວ ທາງກອງທັບອາກາດອາເມຣິກາ ກໍ່ທົດສອບໄປແລ້ວ 2 ເທື່ອ!!!).

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments