"ປະຫວັດຄວາມເປັນມາຂອງ ວັດຈອມເພັດ" ເມືອງຈອມເພັດ ແຂວງຫຼວງພະບາງ

 
ວັດຈອມເພັດ ເມືອງຈອມເພັດ ຫຼວງພະບາງ ສ້າງຂຶ້ນໃນ ປີ ຄສ 1888 ໃນຣາຊະການຂອງ ເຈົ້າມະຫາຊີວິດ ມະຫິນທະເທພ ( ອຸ່ນຄຳ ) ຢູ່ຂ້າງນອກໃຕ້ອາຮາມ ( ສິມ ) ມີທາຕຸນ້ອຍລູກຫນຶ່ງ ທີ່ບັນຈຸອັດຖິທາຕຸ ຂອງມະເຫສີທອງດີ (ພັນລະຍາ) ຂອງເຈົ້າມະຫາຊີວິດສັກກະຣິນ ທີ່ສະຫວັນນະຄົດ ເມື່ອປີ ຄສ 1929 ວັດແຫ່ງນີ້ຕັ້ງຢູ່ຈອມພູນ້ອຍ ທີ່ຊື່ວ່າ ຈອມພູເພັດ ແລະ ເປັນວັດແຫ່ງຫນຶ່ງໃນຫລວງພຣະບາງທີ່ສາມາດຂຶ້ນໄປ ເພື່ອຊົມທຳມະຊາດຂອງວິວທິວທັດ ຂອງເມືອງຫລວງພຣະບາງໄດ້ດີອີກມຸມຫນຶ່ງ.
 
 
ວັດແຫ່ງນີ້ຜູ້ເຖົ້າຜູ້ແກ່ເຄີຍເລົ່າໃຫ້ຟັງເປັນນິທານວ່າ ກ່ອນຈະສ້າງບ້ານສ້າງເມືອງ ຫລວງພຣະບາງແຫ່ງນີ້ ໄດ້ມີການປະກາດຂ່າວປ່າວຮ້ອງໃຫ້ມີການຝັງເສົາຫລັກເມືອງກັນ ແຕ່ວ່າມີບັນດາພຣະລືສີ ໄດ້ມີໃຈສັດທາ ໄດ້ຫາບແກ້ວມະນີ ເຄື່ອງຄ້ຳຂອງຄູນ ໃສ່ ກະບຸງ ກະຕ່າ ກະຊ້າ ມາ ແຕ່ຄວາມຮູ່ງຄວາມເຫລືອມຂອງບັນດາ ແກ້ວເຫລົ່ານັ້ນ ຮຸ່ງແຈ້ງຫລາຍ ຊາວບ້ານຊາວເມືອງຈຶ່ງນຳເສົາຫລັກເມືອງລົງຂຸມກ່ອນ ເຮັດໃຫ້ ພຣະລືສີມາບໍ່ທັນພິທີ ດັ່ງນັ້ນ ພຣະລືສີເຈົ້າເສົ້າໂສກເສຍໃຈ ໂດຍ ໂຍນຊ້າ ກະຕ້າ ຖິ້ມຝັ່ງນ້ຳຂອງ ບັນດາເພັດນຶນ ຈິນດາ ກໍ່ຕົກໄປເປັນຫນ່ວຍພູ ທີ່ຊື່ວ່າຈອມເພັດ, ສ່ວນກະຕ່າ ກະບຸງ ຕົກໄປຢູ່ແຖວວັດໜອງສະແກ້ວ ຫລື ເວົ້າວ່າ ໜອງຊ້າແກ້ວນັ້ນເອງ. 







 
າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: laopostcard, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments