ລາຍງານຈາກປະຊາຊົນ ທີ່ເມືອງໄຊ ແຂວງອຸດົມໄຊ ໃຫ້ຮູ້ວ່າ ເວລາປະມານ 17:30 ວັນທີ 4 ພຶດສະພາ 2017 ເກີດເຫດ ຍິງກັນ ທີ່ທາງຂຶ້ນ ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສືສານ, ເຂດທາງ ບ້ານດອນໄຊ, ເມືອງໄຊ, ແຂວງອຸດົມໄຊ.
ທີ່ເກີດເຫດ ມີຜູ້ຖືກຍິງ ອາການສາຫັດ ເປັນເພດຊາຍ ຊາບຊື່ ແມ່ນ ພັນຕີ ວິໄຊ ເຮີ ສັງກັດຢູ່ຫ້ອງການ ປກສ ແຂວງ. ເຊິ່ງເຈົາໜ້າທີ່ແມ່ນກຳລັງຕາມຈັບຜູ່ລົງມືກໍ່ເຫດ ຄາດຕະກຳໃນຄັ້ງນີ້. ຄົນເຈັບແມ່ນຖືກສົ່ງໂຮງໝໍແຂວງ ແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ.
ເຫດຈູງໃຈ ແລະ ໃຜເປັນຄົນລົງມືໃນການສັງຫານໂຫດຄັ້ງນີ້, ເຈົ້າໜ້າທີ່ຈະເລັ່ງ ຈັບຄົນຮ້າຍມາລົງໂທດ ໃຫ້ໄວທີ່ສຸດ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment