ປະຫວັດ ແລະ ໜ້າຕາ "ພັນລະຍາທີ່ປິດເປັນຄວາມລັບ" ຂອງຜູ້ນຳເກົາຫຼີເໜືອ ຄິມ ຈອງ ອຶນ


 ຄິມ ຈອງ ອຶນ ເປັນຜູ້ນຳສູງສຸດຂອງທາງເກົາຫຼີເໜືອ ທີ່ທົ່ວໂລກຮູ້ຈັກກັນດີ ແຕ່ເລື່ອງຊີວິດການເປັນຢູ່ ແລະ ເລື່ອງສ່ວນໂຕ ຫຼາຍຄົນກໍ່ຍັງບໍ່ຮູ້ ໂດຍສະເພາະຢ່າງຍິ່ງເລື່ອງຂອງການແຕ່ງດອງ.

ວ່າກັນວ່າ ພັນລະຍາ ຂອງທ່ານຜູ້ນຳ ຄິມ ຈອງ ອຶນນັ້ນ ມີຊື່ວ່າ ຣີ ຊອລ ຈູ ໂດຍຕາມຂໍ້ມູນທີ່ມີແມ່ນ ນາງເກີດເມື່ອວັນທີ 28 ກັນຍາ 1989 ເປັນອະດີດນັກຮ້ອງປະສານສຽງ ສັງກັດກອງດົນຕີ ປະຊາຊົນເກົາຫລີເໜືອ ແລະ ເປັນນັກຮ້ອງນຳວົງ Unhasu Orchestra, ຈົບການສຶກສາຈາກມະຫາວິທະຍາໄລ ຄິມ ອິລ ຊອງ ໃນສາຂາວິທະຍາສາດ. ຣີ ຊອລ ຈູ ໄດ້ແຕ່ງງານກັບທ່ານຜູ້ນຳເກົາຫຼີເໜືອຄົນປະຈຸບັນ ຄິມ ຈອງ ອຶນ ຕາມການເປີດເຜີຍຂອງທາງການເກົາຫຼີເໜືອແມ່ນປີ 2010.

ຂໍ້ມູນຂອງ ຣີ ຊອລ ຈູ ຖືວ່າຫາຍາກຫຼາຍ ເພາະທາງການເກົາຫຼີເໜືອ ໄດ້ພະຍາຍາມທີ່ຈະລຶບອະດີດ ທີ່ຜ່ານມາຂອງນາງ ດ້ວຍການຍຶດແຜ່ນຊີດີການສະແດງທັງໝົດຂອງນາງທີ່ມີ.

ເມື່ອປີ 2012 ຣີ ຊອລ ຈູ ໄດ້ໃຫ້ກຳເນີດລູກສາວທີ່ຊື່ວ່າ ຈູ ແອ ເຊິ່ງເກີດໃນຊ່ວງໃຫ້ຄຽງກັບ ການສະເຫຼີມສະຫຼອງຄົບຮອບ 100 ປີ ການສ້າງຕັ້ງປະເທດເກົາຫຼີເໜືອ ຂອງອະດີດຜູ້ນຳ ຄິມ ອິລ ຊອງ, ປູ່ຂອງ ຄິມ ຈອງ ອຶນ ນັ້ນເອງ.




າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments