ສຳນັກຂ່າວເອເອຟພີ ລາຍງານຈາກປະເທດຍີ່ປຸ່ນ ເມື່ອວັນທີ 1 ພຶດສະພາວ່າ ປະຊາຊົນທີ່ອາໄສຢູ່ໃກ້ກັບ ຖານທັບອາເມຣິກາ ໃນປະເທດຍີ່ປຸ່ນ ລ້ວນແຕ່ພາກັນກັງວົນເປັນຢ່າງສູງ ກ່ຽວກັບທີ່ພັກອາໄສຂອງພວກເຂົາ ຈາກສະຖານະການຄວາມຕຶງຄຽດເທິງແຫຼມສະໝຸດເກົາຫຼີ ໂດຍສະເພາະລະຫວ່າງເກົາຫຼີເໜືອ ກັບອາເມຣິກາ ເຊິ່ງຫາກທາງເກົາຫຼີເໜືອ ໃຊ້ການໂຈມຕີ ດ້ວຍຂີປະນາວຸດຍິງຖະລົ່ມ ຖານທັບອາເມຣິກາໃນປະເທດຍີ່ປຸ່ນນັ້ນ ພວກເຂົາຈະມີເວລາພຽງບໍ່ເທົ່າໃດນາທີ ທີ່ຈະຫາບ່ອນລີ້ຈາກການໂຈມຕີໂດຍຂີປະນາວຸດ.
ໄຊຈິໂຣ ຄຸໂຣຊາວະ ອາຊີບຂັບລົດແທັກຊີ່ ທີ່ອາໄສູ່ໃນເມືອງຟຸສຊະ ໃກ້ກັບຖານທັບອາກາດ ໂຢໂກຕະ ເປີດເຜີຍວ່າ ບໍ່ມີທາງເລີຍທີ່ຈະໜີຈາກຂີປະນາວຸດຂອງເກົາຫຼີເໜືອ ເພາະພວກເຮົາບໍ່ມີທັງຂຸມຫຼົບໄພ ຫຼື ອັນໃດເລີຍ.
ຂ່າວທີ່ເກົາຫຼີເໜືອຈະໂຈມຕີດ້ວຍຂີປະນາວຸດ ມີລາຍງານຢ່າງຕໍ່ເນື່ອງ ໃນສັງຄົມຂອງຍີ່ປຸ່ນ ໃນຊ່ວງຫຼາຍອາທິດທີ່ຜ່ານມາ ເຊິ່ງຂີປະນາວຸດຂອງເກົາຫຼີເໜືອ ສາມາດຍິງມາຮອດຍີ່ປຸ່ນ ເຊິ່ງມີທະຫານອາເມຣິກາ 50,000 ຄົນ ປະຈຳການຢູ່.
ຍີ່ປຸ່ນຍົກລະດັບຄຳເຕືອນ ແລະ ຄວາມກະຕືລືລົ້ນ ໃນຊ່ວງເດືອນມີນາທີ່ຜ່ານມາ ຫຼັງຈາກເກົາຫຼີເໜືອທົດລອງຍິງຂີປະນາວຸດ ໂດຍອ້າງວ່າຈຳລອງການໂຈມຕີ ດ້ວຍນິວເຄລຍ ໃສ່ເປົ້າໝາຍຖານທັບອາເມຣິກາໃນຍີ່ປຸ່ນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment