ສຳນັກຂ່າວເອເອຟພີ ລາຍງານວ່າ ເກົາຫຼີເໜືອອອກໜ້າ ມາເຕືອນອີກເທື່ອເມື່ອວັນທີ 1 ພຶດສະພາວ່າ ຜູ້ນຳຂອງຕົນຈະດຳເນີນການທົດສອບນິວເຄລຍ “ເມື່ອໃດ ແລະ ຢູ່ໃສກໍ່ໄດ້” ໃນການເຮັດສົງຄາມນໍ້າລາຍ ເທື່ອລ່າສຸດ ຂອງເກົາຫຼີເໜືອກັບອາເມຣິກາ ທີ່ຈະເຮັດໃຫ້ບັນຍາກາດເທິງແຫຼມສະໝຸດເກົາຫຼີຕຶງຄຽດເພີ່ມ.
ຄຳຂູ່ດັ່ງກ່າວມາຈາກຄຳຖະແຫຼງການ ຂອງໂຄສົກ ກະຊວງການຕ່າງປະເທດເກົາຫຼີເໜືອ ທີ່ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງທາງການ ນຳອອກມາເຜີຍແຜ່ ທີ່ລະບຸອີກວ່າ ເກົາຫຼີເໜືອພ້ອມທີ່ຈະ ຕອບໂຕ້ຕໍ່ກັບທາງເລືອກຕ່າງໆ ທີ່ດຳເນີນການໂດຍອາເມຣິກາ ແລະ ກ່າວວ່າ ລັດຖະບານເກົາຫຼີເໜືອ ຈະສົ່ງເສີມຂີດຄວາມສາມາດ ໃນການຍາດຊິງການໂຈມຕີກ່ອນ ດ້ວຍນິວເຄລຍ ນອກຈາກວ່າທາງອາເມຣິກາ ຈະຢຸດຕິການດຳເນີນນະໂຍບາຍ ທີ່ຂັດແຍ່ງກັບທາງເກົາຫຼີເໜືອ.
“ມາຕະການຂອງເກົາຫຼີເໜືອ ໃນການສະໜັບສະໜູນ ແລະ ດຳເນີນການດ້ານນິວເຄລຍ ຈະຖືກດຳເນີນການຢ່າງຕໍ່ເນື່ອງ ບໍ່ວ່າຕອນໃດ ແລະ ຢູ່ໃສ ທີ່ຈະເປັນການຕັດສິນໃຈໂດຍຜູ້ນຳສູງສຸດ” ໂຄສົກກະຊວງການຕ່າງປະເທດເກົາຫຼີເໜືອກ່າວ ທີ່ຫຼາຍຝ່າຍຄາດການວ່າ ເປັນການໝາຍເຖິງການທົດສອບ ນິວເຄລຍ ເທື່ອທີ່ 6 ຂອງເກົາຫຼີເໜືອ.
ທັງນີ້ ເກົາຫຼີເໜືອໄດ້ເຮັດການທົດສອບນິວເຄລຍມາແລ້ວ 5 ເທື່ອໃນຊ່ວງ 11 ປີທີ່ຜ່ານມາ ແລະ ມີຄວາມເຊື່ອກັນຢ່າງກວ້າງຂວາງວ່າ ເກົາຫຼີເໜືອອາດມີຄວາມກ້າວໜ້າທີ່ ຈະກ້າວໄປສູ່ຝັນ ໃນການສ້າງຂີປະນາວຸດ ຕິດຫົວຮົບ ຂ້າມທະວີບໄປຮອດດິນແດນອາເມຣິກາ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment