ຫຼໍ່ເລືອກໄດ້! "ດູເຕີເຕ ຜູ້ນຳຟີລິບປິນ" ຕາລາງວຽກເຕັມ ອາດບໍ່ໄປອາເມຣິກາຕາມ "ທຣັມ" ເຊີນ ແຕ່ມີແຜນໄປຣັດເຊຍ


 ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ໃຫ້ສຳພາດວ່າອາດຈະບໍ່ຕອບຮັບຄຳເຊີນ ຂອງປະທານາທິບໍດີ ໂດນັລດ໌ ທຣັມ ໃຫ້ເດີນທາງຢ້ຽມຢາມອາເມຣິກາຢ່າງເປັນທາງການ. ໂດຍນັບແຕ່ທາງດ້ານ ດູເຕີເຕກ້າວຂຶ້ນມາດຳລົງຕຳແໜ່ງຜູ້ນຳຟີລິບປິນ ລາວໄດ້ດຳເນີນນະໂຍບາຍ ເຫີນຫ່າງອອກຈາກພັນທະມິດດັ້ງເດີມ ຢ່າງອາເມຣິກາ ແລະ ຫັນໄປຜູກມິດ ກັບປະເທດມະຫາອຳນາດອື່ນເຊັ່ນ ຈີນ ແລະ ຣັດເຊຍແທນ.

ດູເຕີເຕເຜີຍວ່າ ລາວບໍ່ອາດໃຫ້ຄຳໝັ້ນກັບປະທານາທິບໍດີ ຂອງອາເມຣິກາໄດ້ ເພາະກຳນົດການຂອງລາວແໜ້ນອີ່ຫຼີ ລາວຕ້ອງເດີນທາງໄປຣັດເຊຍ ແລະ ອິສຣາເອລ ຢ່າງໃດກໍ່ຕາມທາງດ້ານດູເຕີເຕລະບຸວ່າ ຄວາມສຳພັນກັບທາງອາເມຣິກາຖືວ່າດີຂຶ້ນຢູ່ ຫຼັງຈາກທີ່ທຣັມຂຶ້ນມາດຳລົງຕຳແໜ່ງແທນໂອບາມາ ເພາະວ່າທາງໂອບາມາວິຈານນະໂຍບາຍ ຢາເສບຕິດຂອງດູເຕີເຕນັ້ນເອງ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments