"ທ່ານ ນາຍົກ ທອງລຸນ" ພົບປະສອງຝ່າຍກັບ "ທ່ານ ດູເຕີເຕ ຜູ້ນຳຟີລິບປິນ" ແລະ ທ່ານ ດູເຕີເຕ ຕອບຮັບຄຳເຊີນມາ ສປປ ລາວ
ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ແລະ ກອງປະຊຸມພົບປະອື່ນໆ ທີ່ ນະຄອນຫຼວງມະນີລາ ຟີລິບປິນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີ ແຫ່ງ ສ.ຟີລິບປິນ ທີ່ ມະນີລາ ໃນວັນທີ 29 ເມສາ 2017.
ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືທີ່ດີຂອງສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວເປັນຢ່າງດີ ຕະຫລອດມາ; ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ຕໍ່ການຮ່ວມມືສອງຝ່າຍ ໃນອະນາຄົດ, ເຊິ່ງເຫັນດີນຳກັນວ່າ ຈະພ້ອມກັນລົງເລິກ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ທາງດ້ານເສດຖະກິດການຄ້າໃຫ້ມີທ່າເພີ່ມຂຶ້ນ, ຊຸກຍູ້ນັກທຸລະກິດ ຂອງຟີລິບປິນ ໄປລົງທຶນ ຢູ່ ສປປ ລາວ ແລະ ອຳນວຍຄວາມສະດວກ ໃຫ້ຂະແໜງການສຶກສາ-ວັດທະນະທຳ ມີການແລກປ່ຽນ ແລະ ຮ່ວມມືນຳກັນຫລາຍຂຶ້ນ. ໃນການພົບປະສອງຝ່າຍຄັ້ງນີ້, ທ່ານລັດຖະມົນຕີຕ່າງປະເທດ ແລະ ບັນດາລັດຖະມົນຕີ ທີ່ກ່ຽວຂ້ອງຂອງສອງຝ່າຍ ກໍໄດ້ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ນຳເອົາຄຳເຊື້ອເຊີນຂອງ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ເພື່ອເຊີນທ່ານປະທານາທິບໍດີ ໂຣດຣິໂກ ດູເຕີເຕ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເພີ່ນສະດວກ. ທ່ານປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໄດ້ຍິນດີຕອບຮັບຄຳເຊີນ ໄປຢ້ຽມຢາມ ສປປ ລາວ ແລະ ຈະນຳພາເອົາບັນດານັກທຸລະກິດຊັ້ນນຳຂອງຟີລິບປິນ ເດີນທາງໄປນຳ.
ສປປ ລາວ ແລະ ສ.ຟີລິບປິນ ມີມູນເຊື້ອການພົວພັນທີ່ດີຕໍ່ກັນ ຕະຫລອດມາ. ໃນຊຸມປີຫລັງນີ້, ການພົວພັນຮ່ວມມືນຳກັນ ຍິ່ງໄດ້ຮັບການເສີມຂະຫຍາຍ, ເຊິ່ງເຫັນໄດ້ຈາກ ທັງທາງລັດຖະການ ແລະ ປະຊາຊົນຂອງສອງປະເທດ ໄດ້ມີການໄປມາຫາສູ່ກັນ ຢ່າງເປັນປົກກະຕິ, ຊາວຟີລິບປິນໄດ້ມາເຮັດວຽກ ແລະ ທ່ອງທ່ຽວຢູ່ ສປປ ລາວ ນັບມື້ນັບຫລາຍຂຶ້ນ, ເຊິ່ງອັນນີ້ ແມ່ນໄດ້ເປັນພື້ນຖານອັນດີ ໃຫ້ແກ່ການຂະຫຍາຍສາຍພົວພັນຂອງສອງປະເທດ ໃນຕໍ່ໜ້າ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment