ຖ້າຫາກເວົ້າເຖິງ ອັນຕະລາຍຈາກທຳມະຊາດ ຫຼາຍຄົນອາດຄິດເຖິງສັດອັນຕະລາຍທີ່ມີພິດ ຫຼື ໄພທຳມະຊາດຕ່າງໆ ແຕ່ຈະມີໃຜຄິດວ່າ ຕົ້ນໄມ້ທີ່ເບິ່ງທຳມະດາຕົ້ນນີ້ ຈະສ້າງອັນຕະລາຍຈົນເຖິງແກ່ຊີວິດໄດ້.
ຕົ້ນແມນຊີນິລ (Manchineel Tree) ຫຼື ພາສາຊາວບ້ານເອີ້ນວ່າ ຕົ້ນແອັບເປິ້ລພິດ ມັກຖືກພົບຢູ່ບໍລິເວນແຄມຝັ່ງຄາຣິບບ່ຽນ ທາງພາກໃຕ້ຂອງຟລໍລິດາ ແລະ ແຖມອາເມຣິກາໃຕ້ ວ່າກັນວ່າ ນີ້ແມ່ນຕົ້ນໄມ້ທີ່ອັນຕະລາຍທີ່ສຸດໃນໂລກ.
ໝາກຂອງມັນ ຄ້າຍກັບໝາກແອບເປິ້ລຂຽວທຳມະດາ ທີ່ເບິ່ງຄືຈະບໍ່ມີພິດ ແຕ່ຢ່າຄິດໄປກິນມັນເດັດຂາດ ເພາະໝາກຂອງມັນພຽງໝາກດຽວ ອາດຂ້າເຈົ້າໄດສະບາຍ. ແຕ່ລະສ່ວນຂອງຕົ້ນໄມ້ນີ້ ລ້ວນແຕ່ອັນຕະລາຍເຕັມໄປໝົດ ບໍ່ວ່າຈະເປັນໃບ ຫຼື ເປືອກຂອງມັນກໍ່ຕາມ. ການສຳພັດລຳຕົ້ນ ຫຼື ໃບ ຂອງມັນທີ່ມີສານພິດ ອາດເຮັດໃຫ້ເຈົ້າມີອາການແພ້ຢ່າງຮຸນແຮງ. ດັ່ງນັ້ນ ຕົ້ນໄມ້ນີ້ ຈະມີປ້າຍເຕືອນນັກທ່ອງທ່ຽວ ທີ່ບໍ່ຮູ້ຫຍັງຕິດໄວ້ ບໍ່ໃຫ້ໃຜມາລອງສຳພັດມັນເດັດຂາດ.
ສົມມຸດວ່າຖ້າເກີດຝົນຕົກ ເຊົາຄິດທີ່ຈະໄປຫຼົບຝົນກ້ອງຕົ້ນໄມ້ນີ້ເດັດຂາດ ເພາະມັນສາມາດເຮັດໃຫ້ຜິວໜັງຂອງເຈົ້າໄໝ້ ປານຖືກແດດເຜົາ. ແລະ ຖ້າຫາກເຈົ້າຄິດທີ່ຈະເຜົາມັນຖິ້ມ ຄວັນທີ່ມາຈາກການເຜົາ ກໍ່ຈະລະຄາຍເຄືອງຕາຂອງເຈົ້າຢ່າງຮຸນແຮງ ຈົນສາມາດເຮັດໃຫ້ຕາບອດ ແລະ ຖ້າຫາກດົມເຂົ້າໄປໃນປະລິມານຫຼາຍ ກໍ່ຈະເຮັດໃຫ້ເສຍຊີວິດເຊັ່ນກັນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment