ໄອຍະການໄທ ຍື່ນຟ້ອງ ດຳເນີນຄະດີຄ້າຢາເສບຕິດ "ທ້າວ ໄຊຊະນະ ແກ້ວພິມພາ" ຢ່າງເປັນທາງການ



ພະນັກງານໄອຍະການ ໄທ ໄດ້ຍື່ນສຳນວນຟ້ອງ ແລະ ພະຍານຫຼັກຖານຕ່າງໆ ຕໍ່ສານອາຍາ ເພື່ອດຳເນີນຄະດີ ຄ້າຢາເສບຕິດກັບທ້າວ ໄຊຊະນະ ແກ້ວພິມພາ ແລະ ພັກພວກອີກ 6 ຄົນຢ່າງເປັນທາງການແລ້ວ.

ພະນັກງານໄອຍະການຂອງໄທ ໄດ້ຍື່ນສຳນວນຟ້ອງ ແລະ ພະຍານຫຼັກຖານຕ່າງໆຕໍ່ ຄະນະຜູ້ພິພາກສາ ປະຈຳສານອາຍາທີ່ ບາງກອກ ເພື່ອດຳເນີນຄະດີລັກລອບຄ້າຢາເສບ ຕິດກັບທ້າວ ໄຊຊະນະ ແກ້ວພິມພາຢ່າງເປັນທາງການ ເມື່ອກາງເດືອນເມສາ 2017 ທີ່ຜ່ານມາ ຫຼັງຈາກທີ່ກ່ອນໜ້ານີ້ ກໍໄດ້ຟ້ອງຮ້ອງເພື່ອດຳເນີນຄະດີກັບສະມາຊິກ 6 ຄົນໃນແກັງຂອງ ທ້າວ ໄຊຊະນະ ໄປແລ້ວ ເມື່ອທ້າຍປີ 2016 ທີ່ຜ່ານມາ ໝາຍຄວາມວ່າ ການທີ່ຕຳຫຼວດໄທ ສາມາດຈັບກຸມ ແລະ ດຳເນີນຄະດີກັບທ້າວ ໄຊຊະນະ ໄດ້ນັ້ນກໍຍ້ອນວ່າ ສະມາຊິກ ທັງ 6 ຄົນ ດັ່ງກ່າວນີ້ໄດ້ໃຫ້ການຊັດທອດເຖິງ ທ້າວ ໄຊຊະນະ ວ່າເປັນຫົວໜ້າແກັງຂອງ ພວກຕົນນັ້ນເອງ.

ໂດຍອີງຕາມສຳນວນຟ້ອງຂອງພະນັກງານໄອຍະການ ໄທ ໃນຄະດີດັ່ງກ່າວນີ້ໄດ້ລະບຸວ່າ ທ້າວ ໄຊຊະນະ ແລະ ພັກພວກໄດ້ສົມຄົບລັກລອບຂົນສົ່ງຢາບ້າດ້ວຍລົດເຂົ້າມາໃນປະເທດໄທ ແລະ ມີຢາບ້າໃນຄອບຄອງ ເພື່ອລັກລອບຈຳໜ່າຍ ໂດຍຜິດກົດໝາຍໃນໄທ ຈຳນວນເກີນກວ່າ 1.2 ລ້ານເມັດ ອັນເປັນການກະທຳຄວາມຜິດ ຕາມກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍຢາເສບຕິດຂອງ ໄທ ຊຶ່ງມີໂທດສູງສຸດເຖິງຂັ້ນປະຫານຊີວິດ.

ແຕ່ຢ່າງໃດກໍຕາມ ທ້າວ ໄຊຊະນະ ກໍໄດ້ໃຫ້ການປະຕິເສດໃນທຸກຂໍ້ກ່າວຫາ ທັງຍັງຈະຂໍຕໍ່ສູ້ຄະດີໃນສານອາຍາ ໄທ ຢ່າງເຖິງທີ່ສຸດອີກດ້ວຍ ໂດຍໃນປັດຈຸບັນ ທ້າວ ໄຊຊະນະ ແລະ ສະມາຊິກໃນແກັງອີກ 6 ຄົນທີ່ເປັນຄົນ ໄທ 5 ຄົນ ແລະ ຊາວ ມາເລເຊຍ 1 ຄົນນັ້ນ ໄດ້ຖືກຄຸມຂັງໄວ້ໃນທັນທະສະຖານພິເສດໃນ ບາງກອກ ໂດຍທາງການຕຳຫຼວດ ໄທ ຄັດຄ້ານການໃຫ້ປະກັນຕົວຢ່າງເດັດຂາດ ເພາະຢ້ານວ່າຈະພາກັນຫຼົບໜີ ທັງຍັງເຊື່ອວ່າຍັງມີສະມາຊິກ ໃນເຄືອຂ່າຍຂອງ ທ້າວ ໄຊຊະນະ ທັງທີ່ຢູ່ໃນ ລາວ ແລະ ໄທ ອີກຫຼາຍຄົນທີ່ຈະຕ້ອງຕິດຕາມຈັບກຸມໃຫ້ໄດ້ ຊຶ່ງໃນນີ້ລວມເຖິງ ທ້າວ ສີສຸກ ດາວເຮືອງ ທີ່ທ່າງການ ໄທ ເຊື່ອວ່າເປັນນັກຄ້າຢາເສບຕິດລາຍໃຫຍ່ກວ່າ ທ້າວ ໄຊຊະນະ ອີກດ້ວຍ.

ກ່ອນໜ້ານີ້ ທາງການຕຳຫຼວດປາບປາມຢາເສບຕິດຂອງລາວ ລາຍງານວ່າໄດ້ຈັບກຸມທ້າວ ສີສຸກ ດາວເຮືອງ ຫຼື ທ້າວ ເຕື້ອງ ເຄືອຂ່າຍຂອງທ້າວ ໄຊຊະນະ ໄດ້ທີ່ຮ້ານອາຫານແຫ່ງໜຶ່ງທີ່ເມືອງຫຼວງພະບາງ ເມື່ອວັນທີ 1 ເມສາ ທັງຍັງໄດ້ຈັດສົ່ງກຳລັງເຈົ້າໜ້າທີ່ຕຳຫຼວດໄປປິດລ້ອມເຮືອນ, ຮ້າຍຂາຍລົດ ແລະ ຊັບສິນຕ່າງໆຂອງທ້າວ ສີສຸກ ໃນນະຄອນຫຼວງວຽງຈັນອີກດ້ວຍ ຫາກແຕ່ວ່າກໍຍັງບໍ່ມີຂໍ້ມູນ ແລະ ຄວາມຄືບໜ້າໃດເພີ່ມເຕີມ ຈາກທາງການຕຳຫຼວດ ລາວ ຈົນເຖິງປັດຈຸບັນ.

ນອກຈາກນີ້ ທາງການຕຳຫຼວດລາວ ກໍໄດ້ປະຕິບັດມາດຕະການປາບປາມຢາເສບຕິດໃນຊ່ວງວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນ 2017 ທີ່ຜ່ານມາ ໂດຍສາມາດມ້າງແກັງຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກັງ ແລະ ຈັບກຸມຜູ້ຕ້ອງຫາໄດ້ທັງໝົດ 33 ຄົນ ລວມເຖິງສະມາຊິກ 5 ຄົນໃນແກັງຂອງທ້າວ ໄຊຊະນະທີ່ຖືກທາງການຕຳຫຼວດ ໄທ ຈັບກຸມຕົວໄດ້ທີ່ສະໜາມບິນສຸວັນນະພູມ ເມື່ອວັນທີ 18 ມັງກອນ 2017.

ພ້ອມກັນນັ້ນ ປະຕິບັດການດັ່ງກ່າວຍັງສາມາດຈັບກຸມ ທ້າວ ຄອນປະສົງ ສຸກກະເສີມ (ຊຽງເທີ່) ທີ່ທາງການຕຳຫຼວດ ລາວ ຖືເປັນນັກຄ້າຢາເສບຕິດລາຍໃຫຍ່ກວ່າ ທ້າວ ໄຊຊະນະ ໂດຍຈັບກຸມຕົວໄດ້ໃນວັນທີ 10 ມັງກອນ 2017 ຫຼືກ່ອນທີ່ທາງການຕຳຫຼວດ ໄທ ຈະຈັບກຸມທ້າວ ໄຊຊະນະ ໄດ້ອີກດ້ວຍ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: VOA Lao, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments