ເນື່ອງຈາກການເດີນທາງໃນອາວະກາດອັນດົນນານ ‘ນັກບິນອາວະກາດ’ ຈຶ່ງເປັນໜຶ່ງໃນອາຊີບທີ່ເປັນຕາຢ້ານ ທີ່ຫຼາຍຄົນເບິ່ງວ່າ ເປັນໜຶ່ງໃນອາຊີບ ທີ່ສ່ຽງຕາຍທີ່ສຸດ ແຕ່ຖ້າຫາກພວກເຂົາເກີດເສຍຊີວິດ ໃນຂະນະທີ່ປະຕິບັດ ໜ້າທີ່ເທິງອາວະກາດ ຮ່າງກາຍຂອງພວກເຂົາຈະເປັນແນວໃດ ຈະຍ່ອຍສະຫຼາຍຫຼືບໍ່? ພວກເຮົາມາຮູ້ນຳກັນ.
ໃນກໍລະນີທຳອິດຄື ການເສຍຊີວິດຂອງນັກບິນ ທີ່ບໍ່ໃສ່ຊຸດນັກບິນອາວະກາດ (Spacesuit) ແລະ ບໍ່ໄດ້ຢູ່ໃນຍານອາວະກາດ ເຊິ່ງຄວາມເປັນຈິງອາດຕາຍໄດ້ໃນເວລາພຽງ 2 ນາທີ ຈາກລັງສີຄອສມິກ ແລະ ອາກາດທີ່ບໍ່ສາມາດຫາຍໃຈໄດ້ ຢ່າງທຳອິດແມ່ນ ໃນອາວະກາດຈະບໍ່ເກີດການອອກຊີເດຊັນ ນັ້ນໝາຍຄວາມວ່າ ຮ່າງກາຍມະນຸດບໍ່ສາມາດຍ່ອຍສະຫຼາຍໄດ້ ແຕ່ຄວາມຊຸ່ມ ແລະ ນໍ້າໃນຮ່າງກາຍມະນຸດ ຈະຖືກດູດອອກໄປຈົນໝົດ ຜົນທີ່ໄດ້ຮັບແມ່ນຄ້າຍຄືກັນກັບ “ມຳມີ່” ສົບກໍ່ຈະລ່ອງລອຍ ຢູ່ໃນອາວະກາດເປັນເວລາຍາວນານ ອາດທີ່ຈະໄປຕຳກັບວັດຖຸນອກໂລກຢ່າງອຸກກາບາດ.
ກໍລະນີທີ່ສອງແມ່ນ ການເສຍຊີວິດໃນຊຸດນັກບິນອາວະກາດ (Spacesuit) ໂດຍປົກກະຕິແລ້ວ ພາຍໃນຊຸດຈະມີອອກຊີເຈນ ແລະ ອາກາດທີ່ນັກບິນຫາຍໃຈຖິ້ມໄວ້ ເຊິ່ງຫາກໄດ້ຮັບຄວາມຮ້ອນທີ່ພຽງພໍ ກໍ່ຈະເນົ່າເປື່ອຍ ບໍ່ຕ່າງຈາກການຕາຍໂດຍທົ່ວໄປ ຂອງສິ່ງທີ່ມີຊີວິດເທິງໂລກ ທີ່ຈັດການໂດຍແບກທີເຣຍ ໃນຮ່າງກາຍຂອງມະນຸດ ແຕ່ເມື່ອໃດທີ່ອອກຊີເຈນໝົດ ແບກທີເຣຍເຫຼົ່ານີ້ ກໍ່ຈະປ່ຽນໄປສູ່ “ວິທີການໝັກ” ນັ້ນເອງ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment