ເພື່ອປະເທດ ແລະ ຜູ້ນຳ!! ທະຫານຜູ້ຍິງເກົາຫຼີເໜືອ ພ້ອມຕໍ່ສູ້ເພື່ອປົກປ້ອງ “ຄິມ ຈອງ ອຶນ”

 
ອີງຕາມການລາຍງານຂອງທາງສຳນັກຂ່າວ The Sun ແລະ Express ເມື່ອອາທິດກ່ອນນີ້ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຄິມ ຈອງ ອຶນ ສະແດງໃຫ້ເຫັນເຖິງກອງທະຫານຍິງ ຜູ້ເຂົ້າຮ່ວມເຝິກຊ້ອມຮົບ ທີ່ໃຫຍ່ທີ່ສຸດຂອງປະເທດ ເພື່ອສະເຫຼີມສະຫຼອງຄົບຮອບ 85 ປີ ຂອງການສ້າງກອງທັບເກົາຫຼີເໜືອ.

ໂດຍທາງດ້ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ກຽມພ້ອມສະເໝີ ທີ່ຈະສົ່ງທະຫານຜູ້ຍິງ ໄປແນວໜ້າສະໜາມຮົບ ປະມານ 500,000 ຄົນ ຫາກເກີດສົງຄາມກັບອາເມຣິກາແທ້. 

ຄວາມຕຶງຄຽດທີ່ເພີ່ມສູງຂຶ້ນເລື້ອຍໆເທິງແຫຼມສະໝຸດເກົາຫຼີ ຜູ້ຊ່ຽວຊານຫຼາຍຄົນ ພາກັນວິເຄາະວ່າ ຖ້າຫາກການເຈລະຈາທາງດ້ານການທູດ ບໍ່ປະສົບຜົນສຳເລັດ ທາງອາເມຣິກາກໍ່ອາດຈະດຳເນີນການ ທາງດ້ານການທະຫານ ເພື່ອຈັດການກັບຜູ້ນຳເກົາຫຼີເໜືອ ໃນຂະນະທີ່ຜູ້ຍິງຊາວເກົາຫຼີເໜືອ ກຽມພ້ອມທີ່ຈະປົກປ້ອງ ຜູ້ນຳຂອງຕົນເອງດ້ວຍຊີວິດ.




າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments