ໝູ່ຮັກຂອງ "ຜູ້ນຳເກົາຫຼີເໜືອ" ກ່າວວ່າ "ທ່ານ ຄິມນ້ອຍ ມັກຮ້ອງຄາຣາໂອເກະ - ບໍ່ຢາກຍິງລະເບີດໃສ່ໃຜ"




ເວັບໄຊ້ເມໂທຣ ສື່ຊື່ດັງຂອງອັງກິດ ລາຍງານຄຳບອກເລົ່າຂອງ "ໝູ່ຮັກ" ທ່ານຜູ້ນຳເກົາຫຼີເໜືອ ທີ່ເປັນອະດີດນັກບາສເກັດບອລ ຫຼື ບານບ້ວງ NBA ຊື່ດັງ "ເດນນິສ ຣ໊ອດແມນ" ລາຊາຣີບາວ ແລະ ສຸດຍອດຜູ້ຫຼິ້ນເກມຮັບຊາວອາເມຣິກາ ທີ່ອອກມາເປີດເຜີຍວ່າ "ຄິມ ຈອງ ອຶນ" ທີ່ພວກເຮົາເຫັນຈາກສື່ກັບ "ຄິມ ຈອງ ອຶນ" ທີ່ລາວຮູ້ຈັກນັ້ນ ແຕກຕ່າງກັບປານຄົນລະຄົນ.

"ລາວກໍ່ຄືກັນກັບຄົນທົ່ວໄປ ທີ່ມັກມ່ວນ ມັກຮ້ອງຄາຣາໂອເກະ ຫຼັງຮັກເພງອາເມຣິກາຍຸກ 80 ມັກຫຼິ້ນບາສເກັດບອລ ເທນນິສ ສນຸກເກີ້... ແລະ ລາວບໍ່ຕ້ອງການສັ່ງຍິງລະເບີດໃສ່ໃຜ"

ຈາກການທີ່ ຄິມ ຈອງ ອຶນ ເປັນຄົນທີ່ມັກ ແລະ ຊື່ນຊົມກິລາບາສເກັດບອລຫຼາຍ ເຮັດໃຫ້ນັກບາສໃນຕຳນານຜູ້ນີ້ ກາຍເປັນໝູ່ຮັກຂອງລາວ ແລະ ເຄີຍຢ້ຽມຢາມເກົາຫຼີເໜືອມາແລ້ວ 6 ເທື່ອ  ກ່າວຍົກຍ່ອງ ຄິມ ຈອງ ອຶນ ວ່າເປັນຜູ້ລິເລີ່ມ ການພັດທະນາເທັກໂນໂລຢີ ໃຫ້ນະຄອນຫຼວງປຽງຢາງ ຕັ້ງແຕ່ເຂົ້າມາມີອຳນາດ ເມື່ອປີ 2011.
 
ໂດຍລາວບອກກັບວາລະສານ DuJour ວ່າໝູ່ຂອງລາວຜູ້ນີ້ ຖືກຄົນທົ່ວໂລກເຂົ້າໃຈຜິດຢ່າງໜັກ ຈາກບັນດາສື່ກະແສຫຼັກ. ນອກຈາກນີ້ ຄິມ ຈອງ ອຶນ ຍັງມີອາລົມມ່ວນຊື່ນ ແລະ ຫຼົງໄຫຼໃນດົນຕີແບບສຸດໆ ແລະ ມັກນັກຮ້ອງດັງຢ່າງ Jimi Hendrix ແລະ The Doors.

ແລະ ເມື່ອຖາມເຖິງວາມມຸ່ງໝັ້ນ ໃນການສ້າງອາວຸດນິວເຄລຍ ຣ໊ອດແມນ ຕອບວ່າ "ລາວ (ຄິມ ຈອງ ອຶນ) ບໍ່ຕ້ອງການຍິງລະເບີດໃສ່ໃຜ ແຕ່ທີ່ພວກເຂົາຕ້ອງສະສົມອາວຸດນິວເຄລຍ ກໍ່ເພາະເກົາຫຼີເໜືອ ເປັນປະເທດທີ່ນ້ອຍໆ ແລະ ເປັນທາງດຽວທີ່ຈະປົກປ້ອງຕົນເອງໄດ້.

ພວກເຂົາຕ້ອງການໃຫ້ຊາວອາເມຣິກາ ແລະ ລັດຖະບານອາເມຣິກາຮູ້ວ່າ ພວກເຂົາບໍ່ໄດ້ຊັງອາເມຣິກາເລີຍ ພວກເຂົາຕ້ອງການຮ່ວມງານກັບອາເມຣິກາຕ່າງຫາກ".


 

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments