ກໍາປູ​ເຈຍ​ຂໍ​ "ຂໍ້​ມູນ​ເພີ່ມ​ຕື່ມ" ​ຈາກລາວ ເລື່ອງຜົນ​ກະທົບຕໍ່ສິ່ງແວດລ້ອມ ຂອງ "ເຂື່ອນປາກ​ແບ​ງ"



ເຈົ້າໜ້າທີ່​ທ່ານ​ຫນຶ່ງເວົ້າວ່າ ກໍາປູ​ເຈຍ​ຈະຮ້ອງຂໍ​ເອົາ​ຂໍ້​ມູນ​ເພີ້ມ​ເຕີມ​ກ່ຽວກັບ​ຜົນ​ກະທົບ ​ຂ້າມ​ຊາຍແດນ​ຈາກ​ໂຄງການເຂື່ອນ​ໄຟຟ້ານໍ້າຕົກ ປາກ​ແບ​ງທີ່​ລາວ​ກໍາລັງສະ​ເໜີສ້າງຢູ່ນັ້ນ ພາຍຫລັງ​ທີ່​ມີ​ກອງປະຊຸມຂອງ​ບັນດາ ກຸ່ມ​ປະ​ເທດທີ່​ມີ​ສ່ວນກ່ຽວຂ້ອງທີ່​ຈັດ​ຂຶ້ນ​ໃນ​ວັນ​ສຸກ​ມື້ນີ້.

ສະນັ້ນ ທ່ານ Sophort, ຮອງ​ເລຂາທິການ​ໃຫຍ່​ຂອງຄະນະ​ກໍາມາ​ທິການ​ ແມ່​ນໍ້າຂອງ​ແຫ່ງ​ຊາດ ກໍາປູ​ເຈຍ ​ເວົ້າວ່າ ກໍາປູ​ເຈຍຈະ​ເຂົ້າຮ່ວມ​ກອງ​ປະຊຸມ ຄະນະ​ກໍາມາທິການ​ແມ່​ນໍ້າຂອງ ຫລື (MRC) ທີ່​ວຽງຈັນ ຊຶ່ງ​ເປັນ​ສ່ວນ​ຫນຶ່ງ​ຂອງຂັ້ນຕອນ​ການ​ປຶ​ກສາ​ຫາລື​ ທີ່​ດໍາ​ເນີນ​ໄປ​ເປັນ​ເວລາຫົກ​ເດືອນ ​ກ່ອນຈະມີການອະນຸມັດ ​ສໍາລັບ​ເຂື່ອນທີ່​ຈະ​ຜະລິດ​ໄຟຟ້າ​ໄດ້ 921 ​ເມ​ກາ​ວັດ.

ທ່ານ​ເວົ້າວ່າ ​ເມື່ອຂັ້ນຕອນການປືກສາ​ດັ່ງ​ກ່າວ​ສິ້ນສຸດ​ລົງ​ ໃນ​ເດືອນ​ມິຖຸນາ​ຈະ​ມາ​ເຖິງນີ້ ກໍາປູ​ເຈຍ ຈະ​ຂໍ​ຮ້ອງໃຫ້​ມີ​ການ​ປະ​ເມີນ​ຜົນ​ກະທົບ​ໃຫ້​ລະອຽດ​ເພີ້ມຂຶ້ນ ຍ້ອນ​ວ່າ​ຂໍ້​ມູນ​ເພີ້ມທີ່​ມີ​ໃນ​ປັດຈຸ​ບັນ​ ທີ່​ທາງລາວ​ສະໜອງ​ໃຫ້​ນັ້ນ ​ແມ່ນ​ບໍ່ພຽງພໍ. ທ່ານ​ໃຫ້​ຄໍາ​ເຫັນ​ດັ່ງນີ້:

​ໂດຍ​ທົ່ວ​ໄປ​ແລ້ວ ພວກ​ເຮົາ​ເຫັນ​ວ່າ ​ເອກະສານ​ທີ່ຝ່າຍລາວສະໜອງໃຫ້ ​ແມ່ນ​ມີ​ຂໍ້​ບົກ​ຜ່ອງຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະທົບ​ຂ້າມ​ຊາຍແດນ ​ຂອງ​ໂຄງການ​ເຂື່ອນດັ່ງກ່າວ​ ຕໍ່ປະ​ເທດ​ທີ່ຢູ່ເຂດ​ລຸ່ມ​ແມ່​ນໍ້າ​ຂອງ, ຊຶ່ງ​ລວມທັງ ກໍາປູ​ເຈຍນໍາ.” ນອກ​ນັ້ນ​ແລ້ວ​ ພວກ​ເຮົາ​ຍັງ​ຢາກ​ເຫັນ ຜົນ​ກະທົບ​ລວມທັງໝົດ [ຂ​ອງ​ເຂື່ອນ​ໄຟຟ້າ​ທຸກ​ເຂື່ອນຂອງ​ລາວ] ​ເພາະວ່າ ​ຢູ່​ໃນ​ລໍາ​ແມ່​ນໍ້າຂອງ​ນີ້ ການສະ​ເໜີຂໍ​ສ້າງ​ເຂື່ອນມີຢູ່ 11 ​ແຫ່ງ. ​ພວກ​ເຮົາ​ຍັງ​ຢາກ​ເຫັນ ຜົນ​ກະທົບ​ລວມທັງໝົດ ຕໍ່ຄຸນ​ນະພາ​ບຂອງ​ນໍ້າ, ຕໍ່ການຢູ່ອາໄສຂອງປາ, ການ​ຕົກ​ຕະກອນ​ຂອງ​ນໍ້າ, ສິ່ງ​ແວ​ດລ້ອມ ​ແລະຕໍ່ລະບົບ​ນິ​ເວດ​.

​ໂຄງການ​ເຂື່ອນ​ທີ່​ມີ​ມູນ​ຄ່າ 2 ຕື້ 300 ລ້ານ​ໂດ​ລານີ້ ​ແມ່ນ​ເຂື່ອນ​ແຫ່ງ​ທີ​ສາມ ທີ່​ລາວຈະ​ສ້າງຢູ່​ໃນ​ລໍາ​ແມ່​ນໍ້າຂອງ ຊຶ່ງ​ເຮັດ​ໃຫ້​ກຸ່ມ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ​ຊຸມ​ຊົນ​ຢູ່​ລຸ່ມ​ແລວແມ່​ນໍ້າ​ດັ່ງກ່າວ ທີ່ຕ້ອງ​ໄດ້​ຮັບ​ຜົນ​ກະທົບ​ຢູ່​ແລ້ວນັ້ນ ​ບໍ່ພໍ​ໃຈ. ​ເຂື່ອນ​ດັ່ງກ່າວ​ແມ່ນ​ຄາດ​ວ່າ ຈະ​ໄດ້​ຮັບ​ອະນຸມັດ ​ແລະ​ ສ້າງ​ສໍາ​ເລັດ​ໃນ​ປີ 2024.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: VOA  , ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments