ວັນທີ 10 ເມສາ 2017 ທີ່ຜ່ານມາ ເຈົ້າແຂວງ ແຂວງສະຫວັນນະເຂດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍ ການປະຕິບັດມາຕະການທາງດ້ານວິໄນຕໍ່ລັດຖະກອນ.
ເນື້ອໃນຂອງຂໍ້ຕົກລົງແມ່ນ:
1. ໃຫ້ປະຕິບັດວິໄນ ຕໍ່ນາງ ວິລະດາ (ສະຫງວນນາມສະກຸນ) ພະນັກງານວິຊາການ ສັງກັດພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໃນຂັ້ນສີ່ ຄື ໃຫ້ລຶບຊື່ອອກຈາກບັນຊີລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ເນື່ອງຈາກເມື່ອວັນທີ 2 ພະຈິກ 2016 ທີ່ຜ່ານມາ ປາກົດວ່າມີການລົງສື່ສັງຄົມອອນລາຍ ຄລິບໂປ້ອະນາຈານ ກ່ຽວກັບຜູ້ກ່ຽວເອງ ຮ່ວມກັບຜູ້ຊາຍຜູ້ໜຶ່ງ ຜ່ານເຄືອຂ່າຍອິນເຕີເນັດຢ່າງກວ້າງຂວາງ ເປັນການກະທຳທີ່ບໍ່ເໝາະສົມ, ສ້າງຄວາມເສື່ອມເສຍແກ່ອົງການຈັດຕັ້ງ, ຮີດຄອງປະເພນີ, ວັດທະນະທຳ ແລະ ລະບຽບກົດໝາຍ.
2. ໃຫ້ປະກາດຄວາມຜິດຂອງຜູ້ກ່ຽວ ໃຫ້ທຸກອົງການຈັດຕັ້ງໃນທົ່ວແຂວງຮັບຮູ້ຢ່າງກວ້າງຂວາງ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
ລາວເອງເອົາລົງບໍ່ ຫຼື ຜູ້ອື່ນເອົາລົງ ຖ້າຜູ້ອື່ນເອົາລົງ ແມ່ນຕັ້ງຢາກເຮັດໃຫ້ລາວເຊື່ອມເສຍ ແຕ່ຖ້າລາວເອງເອົາລົງເອງ ແມ່ນຄົນບ້າຕັນຫາ ຫຼືບໍ່ກໍ່ເຮັດປະຊົດໃຜຜູ້ໜື່ງ
ReplyDelete