ອາເມຣິກາກົດດັນ ໃຫ້ອາຊຽນລວມທັງລາວ ຍົກລະດັບມາຕະການ "ຄວໍ້າບາດເກົາຫຼີເໜືອ"



ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 4 ພຶດສະພາວ່າ ເຣັກຊ໌ ທິລເລີສັນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ ໃຫ້ການຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ເຈົ້າຫນ້າທີ່ລະດັບສູງ ດ້ານນະໂຍບາຍການຕ່າງປະເທດ ຈາກ 10 ປະເທດ ສະມາຊິກອາຊຽນລວມທັງປະເທດລາວເຮົາ ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນພະຫັດທີ່ຜ່ານມາ ໃນການປະຊຸມຮ່ວມກັນ ກ່ຽວກັບສະຖານະການເທິງແຫຼມເກົາຫຼີ.

ທັງນີ້ ທິລເລີສັນ ຮຽກຮ້ອງໃຫ້ອາຊຽນຮ່ວມກັນຍຶດໝັ້ນ ແລະ ປະຕິບັດຕາມມະຕິ ຂອງຄະນະມົນຕີຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດ (UNSC) ໃນການຄວໍ້າບາດທາງເສດຖະກິດ ຕໍ່ກັບລັດຖະບານເກົາຫຼີເໜືອຢ່າງເຄັ່ງຄັດ ພ້ອມທັງໃຫ້ມີການສະເໜີຫຼຸດລະດັບ ຫຼື ຕັດຄວາມສຳພັນທາງການທູດກັບເກົາຫຼີເໜືອ ໂດຍໃຫ້ເຫດຜົນວ່າ ໜຶ່ງໃນຊ່ອງທາງ ທີ່ລັດຖະບານເກົາຫຼີເໜືອໃຊ້ສະແຫວງຫາ ແຫຼ່ງທຶນເຂົ້າສູ່ປະເທດ ເພື່ອສະໜັບສະໜູນ ໂຄງການຂີປະນາວຸດ ແລະ ອາວຸດນິວເຄລຍ ແມ່ນການເປີດສຳນັກງານການທູດ ໃນຕ່າງປະເທດ ໂດຍທາງເກົາຫຼີເໜືອ ມີສະຖານທູດໃນອາຊຽນຫຼາຍເຖິງ 8 ປະເທດ ລວມທັງໃນລາວ ຍົກເວັ້ນພຽງໃນບຣູໄນ ແລະ ຟີລິບປິນ.

ເອັນຣິເກ້ ມານາໂລ ຮັກສາການແທນ ລັດຖະມົນຕີກະຊວງການຕ່າງປະເທດ ຂອງຟີລິບປິນ ໃນຖານະ ປະທານອາຊຽນປະຈຳປີນີ້ກ່າວວ່າ ອາຊຽນຍັງບໍ່ເຄີຍຫາລືກັນ ໃນປະເດັນດັ່ງກ່າວ ແຕ່ຄວາມກັງວົນສູງສຸດ ຂອງອາຊຽນໃນຕອນນີ້ ແມ່ນບໍ່ຕ້ອງການໃຫ້ສະຖານະການ ເທິງແຫຼມສະໝຸດເກົາຫຼີຮຸນແຮງໄປກວ່ານີ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments