“ຄິມ ຈອງ ອຶນ” ກວດໜ່ວຍປືນໃຫຍ່ ສ່ອງຄວາມເຄື່ອນໄຫວເກົາຫຼີໃຕ້ ສັ່ງທະຫານກຽມພ້ອມຮົບ



ລາຍງານຂ່າວຈາກເວັບໄຊ້ The mirror ເມື່ອວັນສຸກ ທີ່ 5 ພຶດສະພາ ລະບຸວ່າ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ  ລົງພື້ນທີ່ຢ້ຽມຢາມໜ່ວຍທະຫານ ທີ່ປະຈຳການຢູ່ເທິງເກາະຈັງແຈ ແລະ ເກາະມູ ທີ່ເປັນຊາຍແດນ ໃກ້ກັບເກາະຍອນພຍອງ ຂອງເກົາຫຼີໃຕ້ ເມື່ອວັນພະຫັດທີ່ຜ່ານມາ ໂດຍທາງດ້ານ ຄິມ ຈອງ ອຶນ ຍັງຮຽກຮ້ອງໃຫ້ເຫຼົ່າທະຫານເກົາຫຼີເໜືອ ກຽມຄວາມພ້ອມທີ່ຈະສູ້ຮົບນຳ.

The mirror ອີງລາຍງານຈາກສຳນັກຂ່າວຢອນຮັບຂອງເກົາຫຼີໃຕ້ ແລະ ໜັງສືພິມໂຣດອງ ຂອງເກົາຫຼີເໜືອ ລະບຸວ່າ ໃນລະຫວ່າງການຢ້ຽມຢາມ ໜ່ວຍທະຫານເທິງເກາະດັ່ງກ່າວ ຜູ້ນຳເກົາຫຼີເໜືອ ຍັງໄດ້ມີການກວດແຜນ ການໂຈມຕີຂອງກອງກຳລັງ ທີ່ຈັດຕັ້ງໃໝ່ ທີ່ມີຕໍ່ເປົ້າໝາຍທີ່ເປັນສັດຕູ ແລະ ວ່າ ຜູ້ນຳເກົາຫຼີເໜືອ ກຳລັງພິຈາລະນາແຜນ ທີ່ຈະລົງມືໂຈມຕີເກົາຫຼີໃຕ້ນຳ. ທັງນີ້ ຜູ້ນຳເກົາຫຼີເໜືອກ່າວນຳວ່າ ໜ່ວຍປືນໃຫຍ່ຂອງເກົາຫຼີເໜືອ ເຝົ້າລະວັງຢ່າງສູງ ໃນການໂຈມຕີຝ່າຍສັດຕູທັນທີ່ ທີ່ໄດ້ຮັບຄຳສັ່ງ.

ເກົາຫຼີເໜືອ ເຄີຍລະດົມຍິງປືນໃຫຍ່ ຖະລົ່ມເກາະຍອນພຍອງ ຂອງເກົາຫຼີໃຕ້ ເມື່ອເດືອນພະຈິກ 2010 ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ໃນຈຳນວນນີ້ເປັນພົນລະເມືອງ 2 ຄົນ ນັບເປັນການໂຈມຕີ ໃນພື້ນທີ່ພົນລະເມືອງ ເປັນເທື່ອທຳອິດຂອງເກົາຫຼີເໜືອ ຕັ້ງແຕ່ສົງຄາມເກົາຫຼີຊ່ວງປີ 1950-1953.







າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments