ໜ້າສົງສານ!! “ໂດນັລດ໌ ທຣັມ” ເປີດໃຈ ກ່ອນໜ້ານີ້ຊີວິດມີຄວາມສຸກ ກວ່າການເປັນຜູ້ນຳອາເມຣິກາ




ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ອອກມາຍອມຮັບຫຼັງຈາກທີ່ເຮັດວຽກຄົບ 100 ມື້ ໂດຍທາງດ້ານ ໂດນັລດ໌ ທຣັມ ຍອມຮັບວ່າ ຄິດກ່ອນໜ້ານີ້ ວ່າໜ້າທີ່ຜູ້ນຳປະເທດ ຈະງ່າຍກວ່ານີ້ ແລະ ໄດ້ບອກກັບບັນດາສື່ມວນຊົນວ່າ ຮູ້ສຶກມີຄວາມສຸກກັບຊີວິດກ່ອນໜ້ານີ້ ຫຼາຍກວ່າປະຈຸບັນນີ້.

ໂດຍທາງດ້ານຜູ້ນຳອາເມຣິກາ ໄດ້ໃຫ້ສຳພາດກັບສຳນັກຂ່າວຣອຍເຕີ້ວ່າ ຮູ້ສຶກຮັກກັບການໃຊ້ຊີວິດກ່ອນໜ້ານີ້ ຫຼາຍກວ່າການເຮັດໜ້າທີ່ເປັນປະທານາທິບໍດີ ແລະ ການເຮັດໜ້າທີ່ຜູ້ນຳນັ້ນ ຕ້ອງເຮັດຫຍັງ ທີ່ຫຼາຍກວ່າການເຮັດທຸລະກິດ ທີ່ເຄີຍເຮັດກ່ອນໜ້ານີ້ ແລະ ມັນກໍ່ບໍ່ງ່າຍແບບທີ່ຄິດ ແລະ ສີ່ງທີ່ເປັນຕາໜ້າຕົກໃຈແມ່ນ ເລື່ອງຄວາມເປັນສ່ວນໂຕ ເພາະປະຈຸບັນ ຕ້ອງໃຊ້ຊີວິດທ່າມການກັນອາລັກຂາ ແລະ ຮັກສາຄວາມປອດໄພຂອງໜ່ວຍລາຊະການລັບ ຕະຫຼອດ 24 ຊົ່ວໂມງ ຈາກທີ່ເຄີຍໃຫ້ໃຜເຂົ້າພົບກໍ່ໄດ້ ແຕ່ປະຈຸບັນນີ້ບໍ່ສາມາດເຮັດໄດ້ ແລະ ຈາກທີ່ເຄີຍມັກການຂັບລົດ ກໍ່ບໍ່ສາມາດຂັບໄດ້.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments