ທຣັມປ່ຽນໄປ!! "ທຣັມ" ພ້ອມພົບຜູ້ນຳເກົາຫຼີເໜືອ "ຄິມ ຈອງ-ອຶນ" ຖ້າມີໂອກາດ ແລະ ເປັນກຽດຢ່າງສູງ


 ສຳນັກຂ່າວເອເອຟພີ ລາຍງານຈາກອາເມຣິກາ ເມື່ອວັນທີ 2 ພຶດສະພາວ່າ ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ໃຫ້ສຳພາດຜ່ານສຳນັກຂ່າວ ບລູມເບີກວ່າ ລາວຍັງມີໂອກາດພ້ອມ ທີ່ຈະເຂົ້າພົບຫາລື ກັບ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຫາກວ່າເງື່ອນໄຂ ແລະ ສະຖານະການເໝາະສົມ ລາວກໍ່ຈະໄປພົບແນ່ນອນ ແລະ ຖືເປັນກຽດຢ່າງສູງ.

ສະຖານະການຄວາມຕຶງຄຽດເທິງແຫຼມສະໝຸດເກົາຫຼີ ໃນຊ່ວງຫຼາຍອາທິດທີ່ຜ່ານມາ ໂດຍສະເພາະຢ່າງຍິ່ງ ຈາກການທົດລອງ ຍິງຂີປະນາວຸດຂອງເກົາຫຼີເໜືອ ໃນຂະນະທີ່ທາງອາເມຣິກາສົ່ງເຮືອຮົບ ບັນທຸກຍົນ ຢູເອສເອສ ຄາຣ໌ລ ວິນສັນ ເຂົ້າໄປໃນນ່ານນໍ້າແຫຼມສະໝຸດເກົາຫຼີ ເພື່ອຊ້ອມຮົບຂະໜາດໃຫຍ່ກັບທາງເກົາຫຼີໃຕ້.

ລັດຖະບານອາເມຣິກາ ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັລດ໌ ທຣັມ ຢໍ້າເຕືອນວ່າ ທຸກແນວທາງການແກ້ໄຂບັນຫາແມ່ນມີຄົບ ໃນການຮັບມືກັບໂຄງການທົດສອບອາວຸດນິວເຄລຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ ແລ້ວກໍ່ຢໍ້າອີກເທື່ອໃນອາທິດກ່ອນວ່າ ເປີດກວ້າງທີ່ຈະເຈລະຈາໂດຍກົງ ກັບທາງເກົາຫຼີເໜືອ ເຊິ່ງທຣັມກ່າວວ່າ ຕ້ອງຢູ່ພາຍໃຕ້ສະຖານະການ ແລະ ເງື່ອນໄຂທີ່ເໝາະສົມ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments