"ທ່ານ ນາຍົກ ທອງລຸນ" ຈະເດີນທາງເຂົ້າຮ່ວມກອງປະຊຸມ "ເສດຖະກິດໂລກວ່າດ້ວຍ ອາຊຽນ" ທີ່ພະນົມເປັນ


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ (World Economic Forum on ASEAN) ຊຶ່ງຈະຈັດຂຶ້ນແຕ່ວັນທີ 10-12 ພຶດສະພາ 2017, ທີ່ ນະຄອນຫລວງພະນົມເປັນ ຣາຊະອານາຈັກກຳປູເຈຍ ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລື ແລກປ່ຽນຄວາມຄິດເຫັນນໍາກັນ ຂອງການນຳ ລະດັບສູງຈາກຫລາຍພາກສ່ວນ ລວມທັງພາກລັ ແລະ ພາກທຸລະກິດ ຊຶ່ງ ໄດ້ຈັດຂຶ້ນທຸກໆ ປີ ເພື່ອແນ່ໃສ່ຮ່ວມມືກັນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ພາກພື້ນ ແລະ ທົ່ວໂລກ ໃນການສ້າງອານາຄົດຂອງໄວໜຸ່ມ ເພື່ອພ້ອມກັນ ເປັນກຳລັງແຮງສໍາຄັນ ຂອງຍຸກສະໄໜການສ້າງເສດຖະກິດ ແລະ ຊອກຫາຊ່ອງທາງ ໃນການຮັບມື ແລະ ແກ້ໄຂບັນຫາສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ ທີ່ພາກພື້ນ ແລະ ທົ່ວໂລກພວມປະເຊີນ.

ກອງປະຊຸມໃນຄັ້ງນີ້, ຈະມີຜູ້ນຳອາຊຽນປະເທດຕ່າງໆ ຕົວແທນຈາກພາກລັດຖະບານ ແລະ ພາກ ເອກະຊົນໃນພາກພື້ນ ແລະ ໃນໂລກ ເຂົ້າຮ່ວມຢ່າງຫລວງຫລາຍ  ຊິ່ງໃນແຕ່ລະປີ ຈະນໍາໃຊ້ຫົວຂໍ້ ຂອງ ກອງປະຊຸມທີ່ແຕກຕ່າງກັນ ສະເພາະໃນປີ 2017 ນີ້ ກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກ ວ່າ ດ້ວຍອາຊຽນ ຈະດໍາເນີນພາຍໃຕ້ຫົວຂໍ້ “ຊາວໜຸ່ມ, ເທັກໂນໂລຊີ ແລະ ການເຕີບໂຕ” (Youth Technology and Growth)

ນອກນີ້, ກອງປະຊຸມຍັງຈະໄດ້ປືກສາຫາລືກັນກ່ຽວກັບ ການຂະຫຍາຍຕົວ ທາງດ້ານເສດຖະກິດ-ການຄ້າ ແລະ ການລົງທືນ ຮ່ວມກັນໃນພາກພຶ້ນ ແລະ ໃນໂລກ ລວມທັງທິດທາງໃນຕໍ່ໜ້າ ຂອງອາຊຽນ ການປະຕິວັດອຸດສາຫະກໍາຄັ້ງທີ່ 4 ຊຶ່ງຈະນໍາເອົາການປ່ຽນແປງ ແບບກ້າວກະໂດດມາສູ່ອາຊຽນ ແລະ ບັນຫາອື່ນໆທີ່ກ່ວຂ້ອງ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: ຂປລ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments