ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 2 ພຶດສະພາວ່າ ທຳນຽບຂາວຂອງທາງອາເມຣິກາລາຍງານກ່ຽວກັບ ການໂທລະສັບລະຫວ່າງປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ກັບປະທານາທິບໍດີ ວລາດິເມຍ ປູຕິນ ຂອງຣັດເຊຍ ເມື່ອວັນອັງຄານ ເຊິ່ງຖືເປັນການລົມກັນຢ່າງເປັນທາງການເທື່ອທຳອິດ ນັບຕັ້ງແຕ່ທີ່ຜູ້ນຳອາເມຮິກາ ສັ່ງກອງທັບລະດົມຍິງ ຂີປະນາວຸດໂທມາຮອກ 59 ລູກ ໂຈມຕີຖານທັບແຫ່ງໜຶ່ງຂອງຊີເຣຍ ເມື່ອຊ່ວງຕົ້ນເດືອນເມສາທີ່ຜ່ານມາ ເຊິ່ງສ້າງຄວາມບໍ່ພໍໃຈ ໃຫ້ກັບທາງປູຕິນ ເປັນຢ່າງສູງ.
ທັງນີ້ ປະເດັນສຳຄັນຂອງການສົນທະນາແມ່ນ ເຫດການໃນຊີເຣຍ ໂດຍທາງທຣັມຕົກລົງຈະສົ່ງຜູ້ແທນເຂົ້າຮ່ວມ ເຈລະຈາສັນຕິພາບເທື່ອໃໝ່ ທີ່ນະຄອນຫຼວງອັສຕານາ ໃນຄາຊັກສະຖານ ເຊິ່ງຈະມີຂຶ້ນໃນວັນພຸດນີ້ ເຊິ່ງທາງຣັດເຊຍເປັນເຈົ້າພາບ ແລະ ແລກປ່ຽນ ຄວາມຄິດເຫັນກ່ຽວກັບການຈັດຕັ້ງ “ເຂດປອດໄພ” ເພື່ອມະນຸດສະທຳອີກດ້ວຍ ໂດຍຜູ້ນຳຂອງທັງສອງປະເທດເຫັນດີນຳກັນວ່າ ສົງຄາມກາງເມືອງໃນຊີເຣຍ “ນານເກີນໄປແລ້ວ” ແລະ ຕ້ອງຢຸດຕິໃຫ້ໄວທີ່ສຸດ.
ຂະນະດຽວກັນນັ້ນ ທຣັມ ແລະ ປູຕິນ ຍັງສົນທະນາກ່ຽວກັບ ສະຖານະການເທິງແຫຼມສະໝຸດເກົາຫຼີ ແລະ ເຊື່ອໝັ້ນວ່າຂະບວນການເຈລະຈາ ຕາມວິຖີທາງການທູດ ແມ່ນແນວທາງທີ່ເໝາະສົມທີ່ສຸດ ໃນການບັນເທົາຂໍ້ຂັດແຍ່ງລະຫວ່າງເກົາຫຼີເໜືອກັບອາເມຣິກາ. ນອກຈາກນີ້ ຜູ້ນຳທັງສອງປະເທດ ຍັງລົມກ່ຽວກັບການຈະພົບກັນນອກຮອບ ຈາກກອງປະຊຸມສຸດຍອດຜູ້ນຳ ກຸ່ມປະເທດ ເສດຖະກິດຂະໜາດໃຫຍ່ “G 20” ເຊິ່ງຈະມີຂຶ້ນໃນປະເທດເຢຍລະມັນ ໃນເດືອນກໍລະກົດນີ້.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment