ເກົາຫຼີເໜືອກ່າວ “CIA” ຮ່ວມມືກັບເກົາຫຼີໃຕ້ ສັງຫານ “ຄິມຈອງອຶນ” ແຕ່ເກົາຫຼີເໜືອໄຫວໂຕທັນ !!

 
 
ເມື່ອວັນທີ 5 ພຶດສະພາ ເອເອຟພີລາຍງານວ່າ ເກົາຫຼີເໜືອຖະແຫຼງການກ່າວຫາ ຊີໄອເອ ໜ່ວຍຂ່າວກັ່ນກອງກາງຂອງອາເມຣິກາ ວ່າກຳລັງວາງແຜນຮ່ວມກັບທາງເກົາຫຼີໃຕ້ ໃນການສັງຫານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ຂະນະທີ່ເຂົ້າຮ່ວມການສະເຫຼີມສະຫຼອງງານໃຫຍ່ລະດັບປະເທດ.

ຖະແຫຼງການຂອງລັດຖະບານເກົາຫຼີເໜືອ ລະບຸວ່າ ທາງຊີໄອເອ ແລະ ໜ່ວຍຂ່າວກອງຂອງເກົາຫຼີໃຕ້ ກຳລັງວາງແຜນກັນ ໃນການໃຊ້ສານເຄມີ ລວມທັງກຳມັນຕະພາບລັງສີ ແລະ ສານພິດນາໂນ ທີ່ຈະອອກອາການໃນ 6-12 ເດືອນຕໍ່ໜ້າ ເພື່ອລອບສັງຫານ ຄິມ ຈອງ ອຶນ.

“ຊີໄອເອ ແລະ ໜ່ວຍລາຊະການລັບຂອງເກົາຫຼີໃຕ້ ໃຊ້ວິທີວ່າຈ້າງ ແລະ ຕິດສິນບົນ ພົນລະເມືອງເກົາຫຼີເໜືອ ນາມສະກຸນຄິມຜູ້ໜຶ່ງ ໃຫ້ໄປສັງຫານ ທ່ານຜູ້ນຳ ຄິມ ຈອງ ອຶນ ແຜນການນີ້ ເທົ່າກັບປະກາດສົງຄາມແລ້ວ”.

“ອາຊະຍາກຳ ອັນໂຫດຮ້າຍທີ່ພວກເຮົາພົບ ແລະ ທຳລາຍໃນດິນແດນເກົາຫຼີເໜືອນີ້ ຖືເປັນການກໍ່ການຮ້າຍ ທີ່ບໍ່ພຽງແຕ່ກະທຳກັບທາງເກົາຫຼີເໜືອເທົ່ານັ້ນ ແຕ່ຍັງລວມເຖິງຄວາມຍຸດຕິທຳ ແລະ ການດຳລົງຊີວິດຢູ່ ຂອງມວນມະນຸດ ເປັນການກະທຳທີ່ສັ່ນຄອນ ອະນາຄົດຂອງມວນມະນຸດ” ຖະແຫຼງການຂອງເກົາຫຼີເໜືອລະບຸ ໂດຍບໍ່ໄດ້ບອກລາຍລະອຽດເພີ່ມຕື່ມວ່າ ທຳລາຍແຜນການລອບສັງຫານນີ້ຢູ່ໃສ ແລະ ແນວໃດ ແລ້ວເກີດຫຍັງຂຶ້ນກັບສາຍລັບຄົນດັ່ງກ່າວ.

ການກ່າວຫາລ່າສຸດນີ້ ເກີດຂຶ້ນທ່າມກາງສະຖານະການ ເທິງແຫຼມສະໝຸດເກົາຫຼີ ທີ່ກຳລັງຕຶງຄຽດຢ່າງໜັກ ແລະ ອ່ອນໄຫວທີ່ຈະເກີດສົງຄາມ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments