ສຳນັກຂ່າວເອພີ ລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນເມື່ອວັນທີ 1 ພຶດສະພາວ່າ ກິນຊ່າ ທານາກະ ຮ້ານຈຳໜ່າຍອັນຍະມະນີ ແຫ່ງນະຄອນຫຼວງໂຕກຽວ ນຳສະເໜີໜ້າກາກຄຳ 24 ກະຣັດ ຮູບຊົງຂອງ ”Darth Vader” ມະຫາໂຕຮ້າຍ ແຫ່ງໜັງສົງຄາມອາວະກາດ ”Star Wars” ຂະໜາດຄວາມກວ້າງ 26.5 ຊມ ແລະ ສູງ 30 ຊມ ລາຄາທີ່ 154 ລ້ານເຢນ (ປະມານ 11,400,259,000 ກີບ) ໃນໂອກາດຄົບຮອບ 40 ປີຂອງໜັງ ມະຫາກາບສົງຄາມອາວະກາດເລື່ອງນີ້.
ແຕ່ຢ່າງໃດກໍ່ຕາມທາງ ກິນຊ່າ ທານາກະ ລະບຸວ່າ ໜ້າກາກຄຳດັ່ງກ່າວ ບໍ່ໄດ້ອອກແບບມາເພື່ອການສວມໃສ່ ເພາະນໍ້າໜັກຂອງມັນຫຼາຍເຖິງ 15 ກກ. ນອກຈາກນັ້ນ ຍັງບໍ່ມີຊ່ອງເປີດ ໃຫ້ຫົວເຂົ້າໄປໄດ້.
ຖືເປັນໜ້າກາກຂອງທີ່ລະນຶກຈາກໜັງ ”Star Wars” ທີ່ແພງທີ່ສຸດ ແຕ່ກ່ອນໜ້ານີ້ທາງກິນຊ່າ ທານາກະ ກໍ່ເຄີຍຜະລິດຕົ້ນຄຣິສມາສຄຳ ແນວຄິດຂອງທາງດິສນີ ເມື່ອປີ 2013 ໃນລາຄາ 500 ລ້ານເຢນ (ປະມານ 36,737,119,000).
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment