ລາຍໄດ້ຜູ້ບໍລິຫານ “Google” ສູງເຖິງ 200 ລ້ານໂດລ່າ ໃນປີ 2016 "ຂະນະທີ່ຜູ້ກໍ່ຕັ້ງທັງສອງ ໄດ້ເງິນເດືອນພຽງຄົນລະ 1 ໂດລ່າ"
ຜູ້ບໍລິຫານລະດັບສູງຂອງ Google ສ້າງລາຍໄດ້ເມື່ອປີກ່ອນ ພຽງປີດຽວເກືອບ 200 ລ້ານໂດລ່າ ຄາດວ່າເປັນຜູ້ບໍລິຫານອົງກອນເອກະຊົນ ທີ່ມີລາຍໄດ້ສູງທີ່ສຸດໃນໂລກ.
ຊຸນດາ ພິໄຊ ເຈົ້າຂອງຕຳແໜ່ງຜູ້ອຳນວຍການບໍລິຫານ ຫຼື ຊີອີໂອ ຂອງບໍລິສັດ Google ໂດຍໃນປີ 2016 ທີ່ຜ່ານມາ ລາວມີລາຍໄດ້ຈາກເງິນເດືອນ 650,000 ໂດລ່າ ເຊິ່ງໜ້ອຍກວ່າທີ່ໄດ້ໃນປີ 2015 ແຕ່ສາມາດສ້າງລາຍໄດ້ທັງໝົດສູງເຖິງ 200 ລ້ານໂດລ່າ ເຊິ່ງມາຈາກຈຳນວນຫຸ້ນ ທີ່ທາງບໍລິສັດ ມອບເປັນຂອງລາງວັນ ເຊິ່ງມີມູນຄ່າສູງເຖິງ 198,700,000 ໂດລ່າ ເຮັດໃຫ້ລາຍໄດ້ທັງໝົດຂອງລາວ ລວມກັນແລ້ວສູງເຖິງ 199,700,000 ລ້ານໂດລ່າ ຫຼື ປະມານ 1,615,239,109,000 ກີບ.
ຊ້າຍ ແລຣີ່ ເພຈ ແລະ ຂວາ ເຊີເກ ບຣິນ |
ຂະນະດຽວກັບ 2 ຜູ້ກໍ່ຕັ້ງບໍລິສັດ Google ຄື: ແລຣີ່ ເພຈ ແລະ ເຊີເກ ບຣິນ ທີ່ດຽວນີ້ເຮັດໜ້າທີ່ ເປັນປະທານຂອງບໍລິສັດ Alphabet ເຊິ່ງເປັນບໍລິສັດແມ່ຂອງ Google ໄດ້ຮັບເງິນເດືອນປີລະ 1 ໂດລ່າຄືເກົ່າ ແຕ່ພວກເຂົາກໍ່ຍັງຕິດອັນດັບ ມະຫາເສດຖີຢ່າງຕໍ່ເນື່ອງ ເພາະຈຳນວນຫຸ້ນທີ່ທັງສອງຖືໄວ້ ສູງເຖິງຄົນລະ 40,000 ລ້ານໂດລ່າ ຫຼື ປະມານ 323,533,121,487,000 ກີບ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment