ຈັບຕາ "Mark Zuckerberg ຜູ້ສ້າງເຟສບຸກ" ສົ່ງສັນຍານ ກຽມສະໝັກເປັນ ປະທານາທິບໍດີອາເມຣິກາ



ຍັງຄົງມີຂ່າວອອກມາເປັນໄລຍະສຳລັບ Mark Zuckerberg (ມາກ ຊັກເກີເບີກ) ເຈົ້າພໍ່ ແລະ ຜູ້ສ້າງເຟສບຸກ ທີ່ຫຼາຍຄົນເບິ່ງວ່າ ລາວກຳລັງນຳຕົນເອງ ຈາກເສັ້ນທາງອອນໄລນ໌ ໄປສູ່ເສັ້ນທາງທາງດ້ານການເມືອງ ດ້ວຍການລົງສະໝັກເລືອກຕັ້ງ ປະທານາທິບໍດີ ຂອງອາເມຣິກາ ຟັງເບິ່ງແລ້ວອາດເປັນໄປໄດ້ຍາກ ແຕ່ໃນຍຸກນີ້ບໍ່ຄືຍຸກເກົ່າ ທີ່ຜູ້ນຳປະເທດຕ້ອງເປັນມາຈາກສາຍການເມືອງ ແລະ ການທະຫານ ແລະ ທີ່ເຫັນຊັດເຈນທີ່ສຸດໃນຕອນນີ້ແມ່ນ ໂດນັລດ໌ ທຣັມ ນັກທຸລະກິດຜູ້ເກັ່ງດ້ານການເວົ້າ ທີ່ສາມາດຝ່າຟັນມາເປັນ ປະທານາທິບໍດີ ຂອງອາເມຣິກາໄດ້ ແບບທີ່ບໍ່ມີໃຜຄາດຄິດມາກ່ອນ.


ເຊັ່ນດຽວກັນກັບກະແສຂ່າວ ໃນຕອນນີ້ທີ່ກ່າວວ່າອ້າຍ ມາກ ຊັກເກີເບີກ ອາດລົງສະໜາມການເມືອງ ໂດຍສາເຫດເລີ່ມ ແມ່ນມາຈາກຂ່າວຕົ້ນປີ ທີ່ລາວໄດ້ໂພສຕ໌ເທິງເຟສບຸກສ່ວນໂຕເຖິງ ເປົ້າໝາຍໃນປີໃໝ່ ຫຼື New Year Resolution ວ່າພາຍໃນປີນີ້ຈະເດີນທາງພົບຜູ້ຄົນທັງໝົດ 50 ລັດໃນອາເມຣິກາ ເພື່ອລົມເຖິງຊີວິດການເປັນຢູ່ ວຽກງານ ແລະ ມຸມມອງ ເຊິ່ງຜ່ານມາ 4 ເດືອນຕົ້ນປີ ລາວໄປມາແລ້ວ 20 ລັດ ລວມທັງລາວໄດ້ມີການຮຽນພາສາຈີນກາງ ການໃຊ້ປັນຍາປະດິດມາເບິ່ງແຍງບ້ານ ການແລ່ນໄລຍະທາງ 365 ໄມລ໌ ຫຼື 587 ກິໂລແມັດ ແລະ ອ່ານໜັງສືຫົວໃໝ່ 2 ຫົວຕໍ່ເດືອນ ເຊິ່ງກໍ່ກຳລັງເຮັດໄດ້ຄົບໃນປີນີ້.

 
ນອກຈາກນີ້ ຍັງມີຄົນຕັ້ງຂໍ້ສັງເກດວ່າ ຫຼາຍລັດທີ່ລາວໄປໃນຊ່ວງໄຕມາດທຳອິດ ສ່ວນໃຫຍ່ເປັນລັດສວິງສເຕທ ຫຼື ລັດທີ່ບໍ່ມີຖານສຽງຂອງພັກການເມືອງໃດ ການເມືອງໜຶ່ງເຊັ່ນ:

ລັດມິຊິແກນ ອ້າຍມາກ ໄດ້ເດີນທາງໄປທີ່ໂຮງງານລົດ "ຟອຣ໌ດ" ເພື່ອເບິ່ງລະບົບການຜະລິດລົດ.



ລັດໂອໄຮໂອ ອ້າຍມາກ ໄດ້ເຊີໄພຣສ໌ ຮ່ວມກິນອາຫານຄໍ່າ ກັບຄອບຄົວໜຶ່ງເຖິງໃນບ້ານ ແລະ ລົມຢ່າງເປັນກັນເອງ.



ອ້າຍມາກ ໄປທີ່ຖານທັບຟອຣ໌ດ ແບຣກ ໃນລັດນອຣ໌ທແຄໂຣໄລນາ ເຊິ່ງເປັນຖານທັບທາງທະຫານ ທີ່ໃຫຍ່ທີ່ສຸດໃນໂລກ.



ຮ່ວມສູດມົນໃນໂບດເກົ່າແກ່ ໃນລັດເຊົ້າທ໌ແຄໂຣໄລນາ ເຊິ່ງອ້າຍມາກ ເກີດໃນຄອບຄົວຊາວຢິວ ແລະ ເຄີຍກ່າວວ່າບໍ່ເຊື່ອໃນພະເຈົ້າ ແຕ່ລາວກໍ່ໄດ້ເລີ່ມເຂົ້າໂບດ ແລະ ໃຫ້ສຳພາດເມື່ອທ້າຍປີກ່ອນວ່າ ສາສະໜາເປັນເລື່ອງທີ່ສຳຄັນຫຼາຍ.



ທັງໝົດນີ້ເບິ່ງຈາກພາບ ແລະ ການກະທຳແລ້ວ ບໍ່ຕ່າງຫຍັງກັບການເດີນທາງຫາສຽງ ເຊິ່ງນັກວິເຄາະຫຼາຍຄົນ ກ່າວວ່າຖ້າຫາກອ້າຍ ມາກ ຈະລົງສະຫມັກເລືອກຕັ້ງ ເປັນປະທານາທິບໍດີ ຂອງອາເມຣິກາແທ້ ກໍ່ຈະຕ້ອງໄດ້ຖ້າອີກ 7 ປີຂ້າງໜ້າ ຫຼື ໃນປີ 2024 ເຊິ່ງບໍ່ແມ່ນສະໄໝຕໍ່ໄປແນ່ນອນ ເນື່ອງຈາກລາວຈະມີອາຍຸພຽງ 33 ປີໃນສະໄໝຕໍ່ໄປ ເຊິ່ງຕາມຄຸນສົມບັດຂອງລັດຖະທຳມະນູນອາເມຣິກາ ປະທານາທິບໍດີ ຕ້ອງເກີດໃນແຜ່ນດິນອາເມຣິກາ ແລະ ມີອາຍຸ 35 ປີຂຶ້ນໄປ.


ແຕ່ຢ່າງໃດກໍ່ຕາມ ຫາກອ້າຍ ມາກ ຈະລຸຍສາຍການເມືອງແທ້ ອຸປະສັກສຳຄັນແມ່ນ ການທີ່ທຸລະກິດ ແລະ ສື່ໃນເຄືອ ມີມູນຄ່າທາງທຸລະກິດຫຼາຍແສນລ້ານໂດລ່າ ຈົນລາວຕິດບຸກຄົນທີ່ລວຍ ທີ່ສຸດໃນໂລກອັນດັບທີ່ 6 ກໍ່ອາດພາໃຫ້ເກີດການຕັ້ງຄຳຖາມ ເຖິງຜົນປະໂຫຍດອັນທັບຊ້ອນຂອງການເປັນ ປະທານາທິບໍດີ ແລະ ການເປັນເຈົ້າຂອງບໍລິສັດທີ່ໃຫຍ່ລະດັບໂລກ ລວມທັງປະສົບການທາງດ້ານການເມືອງ ທີ່ຍັງໜ້ອຍເກີນໄປ ແຕ່ບໍ່ຕ່າງຫຍັງຈາກ ໂດນັລດ໌ ທຣັມ ປະທານາທິບໍດີ ຄົນປະຈຸບັນ ທີ່ບໍ່ຄ່ອຍມີປະສົບການທາງດ້ານການເມືອງ ເຊັ່ນດຽວກັນ.



ນອກຈາກນີ້ໃນຕອນຕົ້ນປີ ອ້າຍ ມາກ ຖືກສື່ຖາມວ່າ ລາວສົນໃຈຈະລົງສະໝັກເລືອກຕັ້ງ ເປັນປະທານາທິບໍດີ ຫຼື ບໍ່? ເຊິ່ງລາວຕອບວ່າ ນະຕອນນີ້ ລາວສົນໃຈພຽງເລື່ອງການສ້າງຊຸມຊົນເຟສບຸກ ໃຫ້ເຂັ້ມແຂງ ແລະ ຮ່ວມເຮັດວຽກດ້ານມູນນິທິເພື່ອສັງຄົມ ຮ່ວມກັບພັນລະຍາ ແລະ ທາງສື່ ກໍ່ໄດ້ເຈາະຈີ້ມອີກວ່າ ທາງອ້າຍມາກ ຈະບໍ່ກ່ຽວຂ້ອງທາງດ້ານການເມືອງເລີຍແມ່ນບໍ່ ເຊິ່ງອ້າຍມາກກໍ່ບໍ່ຕອບ ແລະ ບໍ່ປະຕິເສດ.


ແຕ່ຢ່າງໃດກໍ່ຕາມ ຕ້ອງຕິດຕາມກັນຕໍ່ໄປວ່າ ສຸດທ້າຍແລ້ວ ອ້າຍ ມາກ ຊັກເກີເບີກ ຈະຕັດສິນໃຈ ພາຊີວິດຂອງຕົນເອງໄປທາງໃດ ເຖິງວ່າລາວຈະບໍ່ໄດ້ເປັນຜູ້ນຳທາງການເມືອງ ຂອງອາເມຣິກາ ແຕ່ປະຈຸບັນກໍ່ຖືໄດ້ວ່າ ລາວເປັນຜູ້ນຳອັນດັບ 1 ຂອງໂລກອອນໄລນ໌ ເພາະສະເພາະແຕ່ຄົນທີ່ໃຊ້ເຟສບຸກ ກໍ່ມີເຖິງ 1,900 ລ້ານບັນຊີ ເຊິ່ງເທົ່າກັບ 1 ໃນ 4 ຂອງຄົນທັງໂລກ.



ຖ້າຫາກ ອ້າຍ ມາກ ຊັກເກີເບີກ ລົງສະໝັກເປັນປະທານາທິບໍດີ ຂອງອາເມຣິກາແທ້ ທາງຜູ້ຂຽນຊິເຊຍທາງອ້າຍມາກຢ່າງແນ່ນອນ ແລ້ວທາງຜູ້ອ່ານເດຊິເຊຍບໍ່ ແລະ ຄິດແນວໃດກັບຂ່າວນີ້?

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments