ລະບົບປ້ອງກັນຂີປະນາວຸດ "THAAD" ໃນເກົາຫຼີໃຕ້ພ້ອມໃຊ້ງານ ແຕ່ຕ້ອງໄດ້ຈ່າຍ 1,000 ລ້ານໂດລ່າບໍ່ ມາເບິ່ງກັນ!



ກອງທັບອາເມຣິກາເປີດເຜີຍວ່າ ລະບົບປ້ອງກັນຂີປະນາວຸດ “THAAD” ທີ່ຖືກນຳໄປຕິດຕັ້ງໃນເກົາຫຼີໃຕ້ ເພື່ອປ້ອງກັນການໂຈມຕີຈາກເກົາຫຼີເໜືອ ພ້ອມທີ່ຈະໃຊ້ງານແລ້ວ ໂດຍສາມາດຍິງສະກັດຂີປະນາວຸດ ຂອງເກົາຫຼີເໜືອ ແຕ່ຢ່າງໃດກໍ່ຕາມ ຂະນະນີ້ລະບົບສາມາດຍິງສະກັດ ໄດ້ພຽງເບື້ອງຕົ້ນເທົ່ານັ້ນ ແລະ ຕ້ອງໄດ້ມີການເພີ່ມປະສິດທິພາບຂຶ້ນອີກພາຍຫຼັງ.

ການຕິດຕັ້ງລະບົບ ‘THAAD’ ໃນເກົາຫຼີໃຕ້ ສ້າງຄວາມບໍ່ພໍໃຈຢ່າງສູງໃຫ້ກັບຈີນ ເຊິ່ງເບິ່ງວ່າ ລະບົບຕໍ່ຕ້ານຂີປະນາວຸດດັ່ງກ່າວ ເປັນໄພຕໍ່ຄວາມໝັ້ນຄົງຂອງຈີນເຊັ່ນກັນ.

ທາງດ້ານກໍລະນີທີ່ ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ໃຫ້ສຳພາດສື່ວ່າ ລັດຖະບານເກົາຫຼີໃຕ້ຄວນຕ້ອງຈ່າຍເງິນ ຄ່າລະບົບ "THAAD" ມູນຄ່າກວ່າ 1,000 ລ້ານໂດລ່າ ແລະ ທາງດ້ານເກົາຫຼີໃຕ້ ໄດ້ອອກມາໂຕ້ຖຽງເລື່ອງດັ່ງກ່າວ ແລະ ບໍ່ຍອມຈ່າຍຈັກກີບ ໂດຍອ້າງອີງຈາກຂໍ້ຕົກລົງ ວ່າດ້ວຍສະຖານະຂອງກອງກຳລັງ ກ່ຽວກັບການຢູ່ຂອງກອງທັບອາເມຣິກາ ໃນເກົາຫຼີໃຕ້ ທີ່ລະບຸວ່າເກົາຫຼີໃຕ້ ຈະຈັດຫາສະຖານທີ່ ແລະ ໂຄງສ້າງພື້ນຖານໃນການຕິດຕັ້ງ THAAD ສ່ວນອາເມຣິກາ ຈະຈ່າຍເງິນຄ່າຕິດຕັ້ງ ຄ່າເຄື່ອນຍ້າຍ ແລະ ຄ່າຕ່າງໆ.

ແລະ ໃນກໍລະນີນີ້ກໍ່ສາມາດສະຫຼຸບໄດ້ແລ້ວ ເພາະລ່າສຸດ ເຮີເບີດ ແມັກມາສເຕີ ທີ່ປຶກສາດ້ານຄວາມໝັ້ນຄົງ ປະຈຳທຳນຽບຂາວເປີດເຜີຍວ່າ ໂດຍຈາກຄຳສຳພາດທີ່ປະທານາທິບໍດີ ທຣັມ ກ່າວວ່າ ເກົາຫຼີໃຕ້ຕ້ອງຈ່າຍ 1,000 ລ້ານໂດລ່ານັ້ນ ເປັນພຽງຄຳເວົ້າໂດຍທົ່ວໄປ ຕາມນະໂຍບາຍໃໝ່ຂອງທຣັມ ທີ່ຊາດພັນທະມິດຕ້ອງຊ່ວຍກັນອອກຄ່າໃຊ້ຈ່າຍ. ຢ່າງໃດກໍ່ຕາມ ແມັກມາສເຕີ ຢືນຢັນວ່າຄ່າໃຊ້ຈ່າຍ 1,000 ລ້ານໂດລ່ານີ້ ລັດຖະບານອາເມຣິກາຈະຮັບຜິດຊອບເອງ ເກົາຫຼີໃຕ້ບໍ່ຕ້ອງຈ່າຍຕາມທຣັມວ່າ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.


Comments