ເດັກຍິງອາຍຸ 7 ປີ ມີພະລັງແບບຊຸປເປີ້ຮີໂຣ່ ບໍ່ເຈັບ ບໍ່ຫິວ ບໍ່ເມື່ອຍ




ຖ້າເຈົ້າກຳລັງຊອກຫາຊຸປເປີ້ຮີໂຣ່ ໃນໂລກແຫ່ງຄວາມເປັນຈິງ ໂອລິເວຍ ຟານສເວີທ ເດັກຍິງໄວ 7 ປີ ຈາກປະເທດອັງກິດ  ກໍ່ອາດເປັນໜຶ່ງໃນນັ້ນ.

ແມ່ຂອງນາງເລີ່ມສັງເກດເຫັນຄວາມຜິດປົກກະຕິ ຫຼັງຈາກທີ່ໂອລິເວຍມີອາຍຸ 9 ເດືອນ ເພາະຢູ່ຊື່ໆນາງກໍ່ເຊົາຫຼັບໄປລ້າໆ ບໍ່ຄືກັນກັບເດັກທົ່ວໄປ ແລະ ໃຊ້ເວລາໄປກັບການນອນພຽງ 2 ຊົ່ວໂມງຕໍ່ມື້ເທົ່ານັ້ນ ແລະ ນາງກໍ່ຫາວນອນເທື່ອທຳອິດແມ່ນຕອນອາຍຸ 5 ປີ, ມີເທື່ອໜຶ່ງທີ່ນາງລົ້ມ ໜ້າ ແລະ ແຂ້ວກະແທກໃສ່ພື້ນຈົນປາກແຕກ ແຕ່ນາງກໍ່ບໍ່ຮ້ອງຈັກຄຳ ແຖມຍັງບໍ່ເຈັບອີກ. ແລະ ທີ່ໜັກທີ່ສຸດແມ່ນ ນາງເຄີຍປະສົບອຸບັດຕິເຫດລົດຕຳ ແລະ ຖືກລາກໄປໄກຫຼາຍສິບແມັດ ຫຼາຍຄົນຄິດວ່ານາງຕ້ອງຕາຍ ແຕ່ນາງລຸກຂຶ້ນມາ ປານບໍ່ມີຫຍັງເກີດຂຶ້ນ.

ສ່ວນສາເຫດທີ່ເຮັດໃຫ້ໂອລິເວຍ ມີພະລັງພິເສດແບບຮີໂຣ່ນີ້ ແພດຂອງນາງກ່າວວ່າ ໂອລິເວຍ ເປັນ 1 ໃນຈຳນວນ 100 ຄົນເທິງໂລກແຫ່ງນີ້ ທີ່ມີບັນຫາກ່ຽວກັບໂຄຣໂມໂຊມ ຄູ່ທີ່ 6 ຫາຍໄປ ນັ້ນເປັນສາເຫດທີ່ເຮັດໃຫ້ນາງ ບໍ່ມີຄວາມຮູ້ສຶກເຈັບ ຫິວ ຫຼື ເມື່ອຍ ເຊິ່ງນາງເປັນມະນຸດພຽງຄົນດຽວ ທີ່ມີເງື່ອນໄຂ 3 ຢ່າງນີ້ ໃນຄົນໆດຽວ.

ແລ້ວນາງເປັນຜູ້ຍິງເຫຼັກແທ້ ຫຼື ບໍ່ ? ແພດກ່າວວ່າ ນາງບໍ່ຢ້ານຕໍ່ກັບຄວາມເຈັບປວດ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າ ນາງຈະເປັນຍິງເຫຼັກ ການລອດຈາກອຸບັດຕິເຫດເທື່ອນັ້ນ ອາດເປັນຄວາມບັງເອີນ ແລະ ນາງກໍ່ຕ້ອງການການກິນ ແລະ ນອນຢູ່ ພຽງແຕ່ມີຄວາມຮູ້ສຶກບໍ່ຢາກເທົ່ານັ້ນ.

ດັ່ງນັ້ນ ນາງຈຶ່ງຕ້ອງໃຊ້ຊີວິດຢ່າງເຂັ້ມງວດ ບໍ່ວ່າຈະເປັນການກິນ ຫຼື ການນອນ ລວມທັງການຫຼີກລ່ຽງສະຖານະການ ທີ່ສ່ຽງຕໍ່ກັບອັນຕະລາຍ ເພາະຫາກນາງໄຮ້ເຊິ່ງຄວາມຢ້ານແລ້ວ ນາງສາມາດເອົາຕົນເອງເຂົ້າສູ່ສະຖານະການ ທີ່ຮ້າຍແຮງໄດ້ທຸກເມື່ອ.

ສະຫຼຸບແລ້ວ ພະລັງວິເສດຂອງນາງ ອີກມຸມໜຶ່ງກໍ່ມີຜົນເສຍຢ່າງໃຫຍ່ຫຼວງ ແຖມໃນປະຈຸບັນກໍ່ຍັງບໍ່ທັນມີວິທີການຮັກສາ ອາການໂຄຣໂມໂຊມຄູ່ທີ່ 6 ທີ່ຫາຍໄປນຳ ເຊິ່ງແມ້ວ່າໂອລິເວຍ ຈະບໍ່ແມ່ນຊຸປເປີ້ຮີໂຣ່ຍິງທີ່ມີພະລັງ ແຕ່ນາງກໍ່ເປັນຮີໂຣ່ ສຳລັບແມ່ຂອງນາງຢ່າງແນ່ນອນ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments