"ທຣັມ" ເຕືອນ "ເກົາຫຼີເໜືອ" ທົດສອບຂີປະນາວຸດ ເທົ່າກັບດູໝິ່ນ "ຈີນ" "ແຕ່ຈີນວ່າ ຊິບໍ່ລົງໂທດເກົາຫຼີເໜືອ ຫາກຍິງທົດສອບ"


 ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 28 ເມສາວ່າ ປະທານາທິບໍດີ ໂດນັລດ໌ ທຣັມ ທວີຕຂໍ້ຄວາມຜ່ານບັນຊີສ່ວນໂຕ @realDonaldTrump ວິຈານການທົດສອບຍິງຂີປະນາວຸດ ເທື່ອລ່າສຸດຂອງເກົາຫຼີເໜືອ ເຊິ່ງເກີດຂຶ້ນເມື່ອຕອນເຊົ້າຂອງວັນເສົາ ຕາມເວລາທ້ອງຖິ່ນຂອງແຫຼມສະໝຸດເກົາຫຼີ ວ່າ "ເປັນການສະແດງອອກ ທີ່ສະທ້ອນເຖິງການດູໝິ່ນ ແລະ ບໍ່ໃຫ້ກຽດຕໍ່ຈີນ ແລະ ບໍ່ມີຄວາມເຄົາລົບກັບ ປະທານາທິບໍດີ ເຖິງແມ່ນວ່າການທົດສອບ ຈະບໍ່ສຳເລັດກໍ່ຕາມ "ຊົ່ວອີ່ຫຼີເກົາຫຼີເໜືອ!"".

 
ຂະນະທີ່ກອງທັບອາເມຣິກາປະຈຳພູມມິພາກປາຊີຟິກ ຍັງຄົງເຊື່ອວ່າ ຂີປະນາວຸດ ທີ່ທາງເກົາຫຼີເໜືອ ໃຊ້ໃນການທົດສອບເທື່ອນີ້ ໜ້າຈະເປັນໄລຍະກາງລຸ່ນ "ເຄເອັນ-17" ເຊິ່ງເປັນຂີປະນາວຸດ ທີ່ທາງລັດຖະບານເກົາຫຼີເໜືອ ພັດທະນາຂຶ້ນໃໝ່ ແຕ່ການທົດສອບຍິງກໍ່ປະສົບຄວາມລົ້ມເຫຼວ ແຕ່ການທົດສອບເທື່ອນີ້ ເກີດຂຶ້ນທາງຝັ່ງຕາເວັນຕົກຂອງນະຄອນຫຼວງປຽງຢາງ ແຕກຕ່າງຈາກທຸກເທື່ອທີ່ຜ່ານມາ  ເຊິ່ງຈະເກີດຂຶ້ນໃນຝັ່ງຕາເວັນອອກ.

ດ້ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວຕໍ່ທີ່ປະຊຸມ ຄະນະມົນຕີ ຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດ (UNSC) ທີ່ມີຂຶ້ນຢູ່ບໍ່ເທົ່າໃດຊົ່ວໂມງ ກ່ອນເກົາຫຼີເໜືອຍິງທົດສອບຂີປະນາວຸດ ວ່າລັດຖະບານຈີນ ຍຶດໝັ້ນໃນແນວທາງປະຕິບັດ ທີ່ກຳນົດໂດຍ UNSC ເພື່ອປົດອາວຸດນິວເຄລຍ ໃນແຫຼມສະໝຸດເກົາຫຼີ ແຕ່ຈີນບໍ່ມີແນວຄິດ ເພີ່ມມາຕະການຂອງຕົນເອງ ເພື່ອລົງໂທດເກົາຫຼີເໜືອ ຫາກທົດສອບຍິງນິວເຄລຍອີກ ພ້ອມທັງຢໍ້າວ່າ ສະຖານະການເທິງແຫຼມສະໝຸດເກົາຫຼີ ເປັນພາວະທີ່ທຸກຝ່າຍ ຕ້ອງແກ້ໄຂຮ່ວມກັນ ບໍ່ແມ່ນມີພຽງແຕ່ຈີນຝ່າຍດຽວ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments