ອາຊຽນເປັນຫ່ວງບັນຫາ "ເກົາຫຼີເໜືອ" ບອກໃຫ້ "ເກົາຫຼີເໜືອ" ເຄົາລົບມະຕິ UN ແລະ ຂໍໃຫ້ທຸກຝ່າຍອົດທົນ


 ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງມະນິລາ ປະເທດຟີລິບປິນວ່າ ທີ່ປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ເມື່ອວັນທີ 28 ເມສາທີ່ຜ່ານມາ ໄດ້ອອກຖະແຫຼງການແຍກ ກໍລະນີຄວາມຂັດແຍ່ງເທິງແຫຼມສະໝຸດເກົາຫຼີ ໂດຍໄດ້ສະແດງຄວາມກັງວົນຢ່າງຍິ່ງ ຕໍ່ຄວາມຕຶງຄຽດທີ່ເພີ່ມສູງຂຶ້ນ ລວມທັງການທົດສອບນິວເຄລຍ ແລະ ຂີປະນາວຸດ ຂອງເກົາຫຼີເໜືອໃນປີນີ້.

ທັງນີ້ ອາຊຽນເຫັນວ່າ ຄວາມບໍ່ໝັ້ນຄົງ ເທິງແຫຼມສະໝຸດເກົາຫຼີ ສົ່ງຜົນກະທົບຢ່າງຍິ່ງ ຕໍ່ພູມມິພາກ ແລະ ໂລກ ແລະ ຮຽກຮ້ອງຢ່າງຈິງຈັງໃຫ້ເກົາຫຼີເໜືອ ປະຕິບັດຕາມພັນທະກໍລະນີ ທີ່ມີຕໍ່ຂໍ້ມະຕິຂອງຄະນະມົນຕີ ຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດ ແລະ ກົດໝາຍລະຫວ່າງປະເທດ ເພື່ອຮັກສາໄວ້ເຊິ່ງສັນຕິພາບ ແລະ ຄວາມໝັ້ນຄົງ ລະຫວ່າງປະເທດ.

ລັດຖະມົນຕີຕ່າງປະເທດອາຊຽນ ຍັງຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ໃຊ້ຄວາມອົດທົນ ເພື່ອຢຸດຕິການ ແຜ່ຂະຫຍາຍ ຄວາມຕຶງຄຽດ ແລະ ຫຼີກລ່ຽງ ການດຳເນີນການໃດໆ ທີ່ບໍ່ຈຳເປັນ ເຊິ່ງອາດເຮັດໃຫ້ ສະຖານະການຮ້າຍແຮງຂຶ້ນ ໂດຍທາງອາຊຽນສະໜັບສະໜູນໃຫ້ ແຫຼມສະໝຸດເກົາຫຼີ ເປັນເຂດປອດອາວຸດນິວເຄລຍ ແລະ ໃຫ້ຫັນໄປສູ່ການລົມກັນ ເພື່ອຫຼຸດຄວາມຕຶງຄຽດ ເທິງແຫຼມສະໝຸດເກົາຫຼີ ແລະ ສ້າງເງື່ອນໄຂອຳນວຍ ໃຫ້ເກີດສັນຕິພາບ ແລະ ຄວາມໝັ້ນຄົງ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.


Comments