ສຶກສາ-ອອກແບບ "ອະນຸສອນສະຖານ ບັ້ນຮົບນ້ຳບາກ" ແຂວງຫລວງພະບາງ




ລັດຖະບານ ​ໄດ້​ອະນຸຍາດ​ໃຫ້ບໍລິສັດ ດວງພະສຸກ ກໍ່ສ້າງສ້ອມແປງ-ຂົວທາງ ເຄຫາສະ ຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ (DPS) ເພື່ອສຶກສາ ຄວາມເປັນໄປໄດ້ ແລະ ອອກແບບໂຄງ ການ ກໍ່ສ້າງອະນຸສອນສະຖານ ບັ້ນຮົບນ້ຳບາກ ຢູ່ເມືອງນ້ຳບາກ ແລະ ບັ້ນຮົບໄມ້ຄ້ອນ ຢູ່ເມືອງວຽງຄຳ ແຂວງຫລວງພະບາງ ເພື່ອພັດທະນາປະຫວັດສາດ ທ່ານຜູ້ນຳໃຫ້ກາຍເປັນອະນຸສອນ ໃຫ້ແກ່ຄົນລຸ້ນ​ໃໝ່ ​ໄດ້ຮຽນຮູ້ ມູນເຊື້ອປະຕິວັດ ແລະ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດສາດ ຂອງແຂວງນຳອີກ.

ພິທີລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ເພື່ອຈັດ​ຕັ້ງ​ປະຕິບັດໂຄງການນີ້ ​ໄດ້ຈັດຂຶ້ນ ​ໃນວັນທີ 8 ພຶດສະພາ 2017 ຜ່ານມາ ທີ່ຫ້ອງວ່າການສະພາ ແຂວງຫລວງພະບາງ ລະຫວ່າງ ທ່ານ ຄຳຫລ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກ ກໍ່ສ້າງສ້ອມແປງ-ຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ​ແລະ ທ່ານ ບຸນຊົມ ທັດຕະວົງ ຮອງ​ຫົວໜ້າ ພະແນກແຜນການ ແລະ ການລົງທຶນ ແຂວງຫລວງພະບາງ ໃຫ້ກຽດເຂົ້າຮ່ວມເປັນ ສັກຂີພິຍານຂອງ ທ່ານ ໄຊສົມພອນ ພົມວິຫານ, ປະທານສູນກາງ ແນວລາວສ້າງຊາດ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກ, ໂຄສົກລັດຖະບານ; ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍແຂກເຂົ້າຮ່ວມ.


ທ່ານ ຄຳຫລ້າ ດວງພະສຸກ ກ່າວ​ວ່າ: ການເຊັນສັນຍາບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້, ເປັນການເລີ່ມຕົ້ນ ໃນການສຳຫລວດ-ອອກແບບໂຄງການ ໃນເບື້ອງຕົ້ນ ພາຍຫລັງສຳເລັດແລ້ວ ກໍ​ຈະ​ນຳເອົາແບບໂຄງການ ມາຜ່ານຄະນະນຳແຂວງ ເພື່ອປະກອບຄຳເຫັນ ໃສ່ບົດລາຍງານ ແລ້ວຈຶ່ງກ້າວເຂົ້າສູ່ຂະບວນການຕໍ່ໄປ. ການລົງມື ສໍາຫລວດ-ອອກແບບໂຄງການນີ້ ມີກຳນົດ 12 ເດືອນ ນັບແຕ່ມື້ລົງລາຍເຊັນເປັນ ຕົ້ນໄປ ຄາດວ່າຈະໃຫ້ສຳເລັດ ຕາມ​ຄາດໝາຍ ເນື່ອງຈາກບໍລິສັດ ມີຄວາມພ້ອມທາງດ້ານເຕັກນິກ, ວິຊາການ ແລະ ປະສົບຜົນສຳເລັດ ໃນຫລາຍໂຄງການຜ່ານມາ ເຊັ່ນ: ໂຄງການອະນຸສອນ ສະຖານວິລະຊົນສີທອງ, ໂຄງການກອງຮ້ອຍລາດຊະວົງ ແລະ ໂຄງການອື່ນໆ ທີ່ພັກ-ລັດຖະບານ ມອບໝາຍໃຫ້ບໍລິສັດ ເປັນຜູ້ຮັບເໝົາ.

ບັ້ນຮົບນ້ຳບາກ ຢູ່ເມືອງນ້ຳບາກ ແລະ ບັ້ນຮົບໄມ້ຄ້ອນ ຢູ່ເມືອງວຽງຄຳ ແຂວງຫລວງພະບາງ ເປັນການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ເຊິ່ງທ່ານຜູ້ນຳໃນອະດີດ ໄດ້ຖືເອົາສະຖານທີ່ດັ່ງກ່າວ ເປັນບ່ອນຕໍ່ສູ້ ແລະ ກອບກູ້ເອົາເອກະລາດ ຈາກພວກສັດຕູຜູ້ຮຸກຮານ; ໃນນັ້ນ, ບັ້ນຮົບ ‘’ນ້ໍາບາກ‘’ ໄດ້ດັບສູນ ແລະ ຈັບສະເລີຍ​ເສິກໄດ້ 3.200 ກວ່າຄົນ, ປົດປ່ອຍເຂດປົກຄອງ ຂອງສັດຕູໄດ້ຫລາຍທີ່ສຸດ ເຮັດໃຫ້ທຸກກຳລັງຂອງສັດຕູຢູ່ລາວ ອອ່ນເພຍ ເປ້ຍລ່ອຍ, ກົງກັນຂ້າມ ມັນໄດ້ກາຍເປັນກຳລັງປຸກລະດົມ ໃຫ້ປວງຊົນລາວທັງຊາດ ລຸກຂຶ້ນຕໍ່ສູ້ ຢ່າງພິລະອາດຫານ.


າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຂອບໃຈແຫຼ່ງຂ່າວຈາກ: KPL, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments