ກາຍເປັນງານເສົ້າ! ກຳແພງຖະລົ່ມລົງມາ ໃນງານແຕ່ງດອງອິນເດຍ ເສຍຊີວິດ 24 ຄົນ!


BBC ລາຍງານວ່າ ເກີດເຫດກຳແພງຖະລົ່ມ ລະຫວ່າງງານແຕ່ງດອງທາງພາກຕາເວັນຕົກ ຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ ແລະ ບາດເຈັບ 28 ຄົນ.

ໂດຍເຫດເກີດທີ່ເມືອງ Bharatpur ແຄວັນຣາຊສະຖານ ເຊິ່ງໃນລະຫວ່າງງານແຕ່ງດອງ ເກີດຝົນຕົກຢ່າງໜັກ ເຮັດໃຫ້ຜູ້ທີ່ມາຮ່ວມງານ ລ້ວນແຕ່ພາກັນເຂົ້າໄປຫຼົບຝົນ ໃນເຮືອນຫຼັງນ້ອຍມຸງສັງກະສີ ເຊິ່ງເປັນບ່ອນທີ່ລຽງອາຫານໄວ້ຕາມກຳແພງ ພາຍຸທີ່ຮຸນແຮງນັ້ນ ໄດ້ພັດກຳແພງ ທີ່ຕິດກັບເຮືອນ ພັງລົງມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 24 ຄົນ ແລະ ບາດເຈັບ 28 ຄົນ ແລະ ທາງເຈົ້າໜ້າທີ່ໄດ້ສົ່ງໂຕຄົນເຈັບ ໄປທີ່ໂຮງໝໍທັນທີ.

ສຳລັບກຳແພງທີ່ຖະລົ່ມລົງມາ ທາງເຈົ້າໜ້າທີ່ລະບຸວ່າ ມີຄວາມຍາວ 27.5 ແມັດ ແລະ ສູງ 4 ແມັດ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments