"ທ່ານ ນາຍົກ ທອງລຸນ" ເຂົ້າຮ່ວມເວທີເສດຖະກິດໂລກ ວ່າດ້ວຍອາຊຽນ ທີ່ກຳປູເຈຍ


ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກວ່າດ້ວຍອາຊຽນຄັ້ງທີ 26 ຊຶ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ ໃນລະຫວ່າງວັນທີ 10-12 ພຶດສະພາ 2017.

ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ ແລະຜູ້ບໍລິຫານລະດັບສູງຂອງອົງການຮ່ວມມືສາກົນ ແລະຫົວໜ່ວຍທຸລະກິດກອງປະຊຸມໃນຄັ້ງນີ້ໄດ້ມີບັນດາຜູ້ນຳອາຊຽນ ແລະປະເທດຕ່າງໆ, ຕົວແທນຈາກພາກລັດຖະບານ, ພາກທຸລະກິດໃນພາກພື້ນ ແລະໃນໂລກເຂົ້າຮ່ວມປະມານ 700 ກວ່າຄົນຈາກຫຼາຍກວ່າ 50 ປະເທດໃນໂລກ.

ກອງປະຊຸມຄັ້ງນີ້ເປັນກອງປະຊຸມ ປະຈຳປີ ໂດຍເຊື້ອເຊີນເອົາບັນດາຜູ້ນຳທັງພາກລັດ, ພາກທຸລະກິດໃນໂລກ ແລະ ບັນດາຜູ້ນຳອາວຸໂສຂັ້ນຕັດສິນບັນຫາ ຈາກຂະແໜງອຸດສາຫະກຳ ແລະ ບັນດາຜູ້ຊົງຄຸນວຸດທິ ແລະອົງການຈັດຕັ້ງສັງຄົມພົນລະເຮືອນທີ່ມີຊື່ສຽງແຖວໜ້າຂອງໂລກເຂົ້າຮ່ວມແລກປ່ຽນຄຳຄິດຄຳເຫັນ ແລະວິໃສທັດຮ່ວມກັນ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາ ເສດຖະກິດໂລກ.

ໃນປີ 2017 ນີ້, ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້: “ຊາວໜຸ່ມ, ເຕັກໂນໂລຊີ ແລະການເຕີບໂຕ ເພື່ອຮັບປະກັນ ການຂະຫຍາຍຕົວຂອງກຳລັງແຮງງານ ແລະການປ່ຽນແປງຮູບແບບການພັດທະນາ ແບບດັ້ງເດີມ ໄປສູ່ລະບົບດິຈິຕອນ”, ຊຶ່ງຈຸດປະສົງ ເພື່ອເພີ່ມທະວີຄວາມພະຍາຍາມໃນການຮ່ວມມື ແລະການຕັດສິນໃຈ.

ທີ່ເລັ່ງເຂົ້າໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ໃນນັ້ນຈະເນັ້ນໃສ່ເຮັດແນວໃດໃຫ້ກຳລັງແຮງງານທີ່ ຂະຫຍາຍຕົວນີ້ ສາມາດສ້າງອະນາຄົດທີ່ສົດໃສໃຫ້ແກ່ພາກພື້ນ ສິ່ງສຳຄັນແລ້ວການປະຕິຮູບອຸດສາຫະກຳ 4.0 ຈະນຳເອົາການປ່ຽນແປງຢ່າງກະໂດດຂັ້ນມາສູ່ອາຊຽນ ແລະການປ່ຽນແປງຮູບແບບການພັດທະນາແບບດັ້ງເດີມ ດັ່ງນັ້ນພາກພື້ນຈະອີງໃສ່ສະພາບແວດລ້ອມໃໝ່ນີ້ ນຳພາປະເທດຂອງຕົນໄປໃນທິດທາງ ໃດນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີຄວາມ ອາດສາມາດໃນການຮ່ວມມືລະຫວ່າງພາກລັດຖະບານ ແລະບັນດາຫົວໜ່ວຍທຸລະກິດເອກະຊົນ ໃນຂະແໜງການຄ້າ, ການລົງທຶນ ແລະການທ່ອງທ່ຽວການສົ່ງເສີມຄວາມຮູ້ຄວາມສາມາດປະຊາກອນອາຊຽນ ໂດຍສະເພາະແມ່ນຊາວໜຸ່ມຈະເປັນປັດໄຈທີ່ສຳຄັນ ແລະເປັນກຳລັງແຮງໃນການຊຸກຍູ້ເສດຖະກິດໃນພາກພື້ນອາຊຽນໃຫ້ມີການຂະຫຍາຍຕົວຢ່າງວ່ອງໄວ.

ໃນໂອກາດນີ້, ທ່ານນາຍົກທອງລຸນ ສີສຸລິດ ໄດ້ປະກອບຄຳເຫັນໃນກອງປະຊຸມດັ່ງກ່າວ ກ່ຽວກັບບັນດາກາລະໂອກາດ ແລະສິ່ງທ້າທາຍຕ່າງໆທີ່ອາຊຽນລວມທັງ ສປປ ລາວ ກຳລັງປະເຊີນຢູ່ລວມໄປເຖິງການກະກຽມຄວາມພ້ອມ ເພື່ອສາ ມາດຮັບມືກັບສິ່ງທ້າທາຍນາໆປະການ ໃນຊຸມປີຕໍ່ໜ້າ, ພ້ອມດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າຮ່ວມກອງປະຊຸມພາກຍ່ອຍ ຂອງກອງປະຊຸມເວທີປຶກສາຫາລືເສດຖະກິດ ໂລກວ່າດ້ວຍອາຊຽນ ຊຶ່ງໄດ້ປຶກສາຫາລືແລກປ່ຽນ ຄວາມຄິດເຫັນຢ່າງກົງໄປກົງມາກ່ຽວກັບການເພີ່ມທະວີຮັດແໜ້ນ ການຮ່ວມມືດ້ານເສດຖະກິດ, ການພັດທະນາອຸດສາຫະກຳ, ການພັດທະນາປະຊາກອນອາຊຽນ, ການພັດທະນາແບບຍືນຍົງ, ທິດທາງ ແລະແຜນການໃນຕໍ່ໜ້າຂອງອາຊຽນ, ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ແລະອື່ນໆ.

ກອງປະຊຸມດັ່ງກ່າວໄດ້ມີການຜັດປ່ຽນຈັດຂຶ້ນໃນພາກພື້ນມາແລ້ວ 25 ຄັ້ງ ຊຶ່ງໃນແຕ່ລະຄັ້ງແມ່ນຈະມີຫົວຂໍ້ ທີ່ແຕກຕ່າງກັນໂດຍອີງຕາມສະພາບຕົວ ຈິງທີ່ເກີດຂື້ນໃນພາກພື້ນ ແລະໃນໂລກ, ທັງນີ້ກໍ່ເພື່ອຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດ ແລະການພັດທະນາທີ່ຍືນຍົງໃນທົ່ວໂລກກໍ່ຄືໃນພາກພື້ນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຂອບໃຈແຫຼ່ງຂ່າວຈາກ: Sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments

  1. Citizen Technologies | Mint Sculpture, Coin and Design | TITanium
    apple watch titanium coin › citizen-tech › coin › citizen-tech The titanium 3d printing Citizen Technologies - Mint Sculpture, titanium 4000 Coin and Design anodizing titanium is titanium water bottle a custom art and manufacture company. The name is derived from the printing process and is

    ReplyDelete

Post a Comment