ຜູ້ນຳເກົາຫຼີໃຕ້ຄົນໃໝ່ ໂທຫາຜູ້ນຳຈີນ-ຍີ່ປຸ່ນ-ອາເມຣິກາ ລົມບັນຫາ "ນິວເຄລຍເກົາຫຼີເໜືອ"



ສຳນັກຂ່າວເອເອຟພີ ລາຍງານວ່າ ມຸນ ແຈ ອິນ ປະທານາທິບໍດີ ເກົາຫຼີໃຕ້ຄົນໃໝ່ ໂທທາງໂທລະສັບກັບ ຜູ້ນຳຈີນ ແລະ ຍີ່ປຸ່ນ ໃນວັນພະຫັດ ທີ 11 ພຶດສະພາທີ່ຜ່ານມາ ຫຼັງບໍ່ເທົ່າໃດຊົ່ວໂມງ ທີ່ໂທລະສັບຫາລືກັບ ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ໃນການກຳນົດແນວທາງ ທີ່ຈະດຳເນີນຄວາມສຳພັນ ກັບເກົາຫຼີເໜືອ.

ສຳນັກງານຂອງ ມຸນ ແຈ ອິນ ເປີດເຜີຍວ່າ ໃນການລົມກັນຂອງປະທານາທິບໍດີ ມຸນ ແຈ ອິນ ກັບ ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ນານປະມານ 40 ນາທີ ເຊິ່ງຜູ້ນຳທັງສອງເຫັນດີນຳກັນວ່າ ການປົດອາວຸດນິວເຄລຍ ເທິງແຫຼມສະໝຸດເກົາຫຼີ ຖືເປັນເປົ້າໝາຍຮ່ວມກັນຂອງສອງປະເທດ ໂດຍ ມຸນ ແຈ ອິນ ຮຽກຮ້ອງໃຫ້ມີການເຈລະຈາ ພ້ອມທັງຄວໍ້າບາດ ແລະ ໃຫ້ຫຼີກລ່ຽງມາຕະການທາງການທະຫານ ແລະ ກົດດັນໃຫ້ເກົາຫຼີເໜືອ ຫັນມາສູ່ການເຈລະຈາ.

ໃນການຫາລື ຜູ້ນຳເກົາຫຼີໃຕ້ ບອກກັບຜູ້ນຳຈີນວ່າ ຮູ້ດີຕໍ່ກັບຄວາມກັງວົນຂອງທາງການຈີນ ທີ່ມີຕໍ່ການຕິດຕັ້ງລະບົບ ປ້ອງກັນຂີປະນາວຸດ (THAAD) ຂອງອາເມຣິກາ ໃນດິນແດນຂອງເກົາຫຼີໃຕ້ ຈຶ່ງຂໍໃຫ້ມີການຫາລື ເພື່ອສ້າງຄວາມເຂົ້າໃຈກັນຫຼາຍຂຶ້ນ ແລະ ທາງຜູ້ນຳເກົາຫຼີໃຕ້ ຍັງຕອບຮັບແນວທາງຈາກອາເມຣິກາ ທີ່ສະເໜີໃຫ້ຈີນ ຊາດພັນທະມິດພຽງໜຶ່ງດຽວ ແລະ ເປັນເສັ້ນເລືອດເສດຖະກິດຫຼໍ່ລ້ຽງເກົາຫຼີເໜືອ ໃຫ້ເຈລະຈານຳເກົາຫຼີເໜືອໃນ “ເລື່ອງການແກ້ໄຂບັນຫາ THAAD ຈະງ່າຍຂຶ້ນ ຫາກບໍ່ມີການຍຸຍົງຈາກເກົາຫຼີເໜືອ”.

ດ້ານສຳນັກຂ່າວ ຈິຈິເພຣສ ຂອງຍີ່ປຸ່ນລາຍງານວ່າ ຜູ້ນຳເກົາຫຼີໃຕ້ຄົນໃໝ່ ຍັງໂທລະສັບ ມາຫາລືກັບ ຊິນໂສະ ອາເບະ ນາຍົກຍີ່ປຸ່ນ ແຕ່ຍັງບໍ່ທັນມີການເປີດເຜີຍ ລາຍລະອຽດຂອງການຫາລື.

ຂະນະທີ່ກ່ອນໜ້ານັ້ນ ປະທານາທິບໍດີ ມຸນ ແຈ ອິນ ໄດ້ໂທລົມກັບປະທານາທິບໍດີ ທຣັມ ເຊິ່ງທັງສອງປະເທດ ເຫັນດີ ທີ່ຈະຮ່ວມມື ກັນຢ່າງໃກ້ຊິດ ໃນການຈັດການກັບຄວາມທະເຍີທະຍານ ດ້ານນິວເຄລຍຂອງເກົາຫຼີເໜືອ.


າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments