"ທ່ານ ນາຍົກ ທອງລຸນ" ປະກອບຄຳເຫັນ "ໂອກາດ ແລະ ສິ່ງທ້າທາຍທີ່ອາຊຽນກຳລັງປະເຊີນ ໃນກອງປະຊຸມເສດຖະກິດໂລກ ທີ່ກຳປູເຈຍ"



ໃນລະຫວ່າງວັນທີ 10-12 ພຶດສະພາ 2017, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ ຄັ້ງທີ 26 (World Economic Forum on ASEAN), ຊຶ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຜູ້ບໍລິຫານລະດັບສູງຂອງອົງການຮ່ວມມືສາກົນ ແລະ ຫົວໜ່ວຍທຸລະກິດ, ກອງປະຊຸມໃນຄັ້ງນີ້ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ, ຕົວແທນຈາກພາກລັດຖະບານ ແລະ ພາກທຸລະກິດໃນພາກພື້ນ ແລະ ໃນໂລກ ເຂົ້າຮ່ວມປະມານ 700 ກວ່າຄົນ ຈາກຫຼາຍກວ່າ 50 ປະເທດໃນໂລກ.

ໃນໂອກາດນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ປະກອບຄຳເຫັນໃນກອງ​ປະ​ຊຸມ​ດັ່ງກ່າວ ກ່ຽວກັບ ບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ທີ່ອາຊຽນ ລວມທັງ ສປປ ລາວ ກຳລັງປະເຊີນຢູ່ ລວມໄປເຖິງການກະກຽມຄວາມພ້ອມ ເພື່ອສາມາດຮັບມືກັບສິ່ງທ້າທາຍນາໆປະການ ໃນຊຸມປີຕໍ່ໜ້າ, ພ້ອມດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມກອງປະຊຸມພາກຍ່ອຍຂອງ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ, ຊື່ງໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ການເພີ່ມທະວີຮັດແໜ້ນການຮ່ວມມືດ້ານເສດຖະກິດ, ການພັດທະນາອຸດສາຫະກຳ, ການພັດທະນາປະຊາກອນອາຊຽນ, ການພັດທະນາແບບຍືນຍົງ, ທິດທາງ ແລະ ແຜນການໃນຕໍ່ໜ້າຂອງອາຊຽນ, ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແລະ ອື່ນໆ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຂອບໃຈແຫຼ່ງຂ່າວຈາກ: laoedaily.com.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments