“ສວນນໍ້າປ່າພູເຂົາຄວາຍ” ແຫລ່ງທ່ອງທ່ຽວໃໝ່ ທີ່ຢາກໃຫ້ທຸກຄົນໄປສຳຜັດ



ມື້ນີ້ທາງທີມງານພວກເຮົາ ຈະຊວນທຸກທ່ານມາຫຼິ້ນນ້ຳໃຫ້ຫາຍຮ້ອນທີ່ເມືອງ ທຸລະຄົມ ແຂວງ ວຽງຈັນ ເຊິ່ງສະຖານທີ່ທີ່ທີມງານ ຈະມາພາມານັ້ນກໍ່ຄື “ສວນນໍ້າປ່າພູເຂົາຄວາຍ” ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ຫາກໍ່ເປີດໃຫ້ບໍລິການໃນໄລຍະບຸນປີໃໝ່ລາວທີ່ຜ່ານມາ.
ສວນນໍ້າປ່າພູເຂົາຄວາຍ ຕັ້ງຢູ່ ບ້ານພູເຂົາຄວາຍໃໝ່ ເມືອງທຸລະຄົມ ແຂວງວຽງຈັນ.

ທາງໄປເຄື່ອນໄຟຟ້ານໍ້າມັງ3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນສະດວກສະບາຍ ເປັນທາງປູຍາງໄປຮອດສວນເລີຍ ແລະ ເປັນອີກສະຖານທີ່ທ່ອງທ່ຽວ ອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງ ຈາກນະຄອນຫຼວງວຽງຈັນໄປຫາສວນນໍ້າປະມານ 1 ຊົ່ວໂມງກັບອີກ 30 ນາທີ ກໍ່ມາຮອດແລ້ວ ທ່ານສາມາດມາສຳພັດຄວາມມ່ວນຊື່ນກັບສະຖານທີ່ແຫ່ງນີ້ໄດ້ ເຊິ່ງເພິ່ນຈະເປີດໃຫ້ບໍລິການທຸກວັນເສົາ-ອາທິດ ເລີ່ມເວລາ 10:00-18:00 ໂມງ ຫາກທ່ານໃດມີເວລາກໍ່ລອງມາສຳພັດເບິ່ງ ຮັບຮອງວ່າບໍ່ຜິດຫວັງ.






າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຂອບໃຈແຫຼ່ງຂ່າວຈາກ: ສວນນໍ້າປ່າພູເຂົາຄວາຍ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments