"ຜູ້ນຳຣັດເຊຍ ປູຕິນ" ບໍ່ສົນໃຈທີ່ "ທຣັມ ປົດຜູ້ອຳນວຍການ FBI" ຫຼິ້ນຮອກກີ້ສະບາຍໃຈ

 

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ປະທານາທິບໍດີ ວລາດິເມຍ ປູຕິນ ຂອງຣັດເຊຍ ຍັງມີພາບລັກຂອງ ທ່ານຜູ້ນຳ ທີ່ມັກກິລາ ເອົາໄວ້ເປັນຢ່າງດີ ເຖິງວ່າຈະມີອາຍຸ 64 ປີແ້ລວກໍ່ຕາມ ລ່າສຸດເມື່ອວັນພຸດ ທີ 10 ພຶດສະພາ ທີ່ຜ່ານມາ ທ່ານໄດ້ໄປຮ່ວມ ກິລາຮອກກີ້ ນຳກ້ອນ ນັດພິເສດຂອງ ‘Night Hockey League’ ທີ່ ‘ບອລຊອຍ ໄອຊ໌ ໂດມ’ ໃນເມືອງໂຊຊິ.

ອະດີດສາຍລັບ KGB ຜູ້ນີ້ ໃສ່ເສື້ອເບີ 11 ທີ່ລາວໃສ່ປະຈຳ ສະແດງຄວາມສາມາດການຫຼິ້ນສເກຕ ແລະ ການຄວບຄຸມ ໄມ້ຮອກກີ້ໄດ້ອອກມາ ຢ່າງມີປະສິດທິພາບ ໂດຍຍິງໄດ້ເຖິງ 6 ປະຕູ ແຕ່ກໍ່ຍັງມີຈັງຫວະ ທີ່ເຮັດໃຫ້ທ່ານເສຍໜ້າໜ້ອຍໜຶ່ງເຊັ່ນກັນ ເມື່ອທ່ານລົ້ມຫງາຍທ້ອງ ຈົນຂາຊີ້ຟ້າ.

ຂະນະທີ່ສື່ຣັດເຊຍ ສຳພາດທ່ານ ປູຕິນ ກ່ອນເລີ່ມການແຂ່ງຂັນຮອກກີ້ວ່າ ຮູ້ສຶກແນວໃດກ່ຽວກັບການທີ່ ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ປົດຜູ້ອຳນວຍການສຳນັກງານສືບສວນກາງ (FBI) ເຊິ່ງທາງຜູ້ນຳຣັດເຊຍຕອບວ່າ ເລື່ອງນີ້ ບໍ່ກ່ຽວກັບຣັດເຊຍ “ຄຳຖາມຂອງເຈົ້າ ຕະຫຼົກຫຼາຍສຳລັບຂ້ອຍ ຢ່າຄຽດໃຫ້ກັນເດີ້ ພວກເຮົາບໍ່ໄດ້ກ່ຽວຂ້ອງກັບເລື່ອງນີ້”.





າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments