ຈັບເປົ້າໝາຍທຸບແວ່ນລົດ ກະທຳການມາແລ້ວ 10 ຄັ້ງ "ພ້ອມຂອງກາງຫຼາຍຢ່າງ"



ວັນທີ 15 ເມສາ 2017, ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ຕິດຕາມຈັບຕົວທ້າວ ລູບີ້ ອາຍຸ 33 ປີ ຢູ່ບ້ານເຄື່ອນຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ໃນຂໍ້ຫາທຸບແວ່ນລົດ ແລະ ລັກເອົາຊັບສິນທີ່ມີຄ່າໄປ.

ທ້າວ ລູບີ້ ຮັບສາລະພາບວ່າ: ໄດ້ເຄື່ອນໄຫວທຸບແວ່ນລົດຫຼາຍຄັນ ແລະ ລັກເອົາຊັບສິນຂອງພົນລະເມືອງ 10 ຄັ້ງ ໃນເຂດເທດສະບານ ເມືອງທ່າແຂກ ແຂວງຄຳມ່ວນ; ລວມມູນຄ່າເສຍຫາຍ ມີ ເງິນກີບ 5.300.000 ກີບ, ເງິນບາດ 34.000 ບາດ, ເງິນໂດລາສະຫະລັດ 102 ໂດລາ, ແຫວນຄຳ 3 ວົງ, ໂທສະສັບ 5 ເຄື່ອງ, ໂນດບຸກ 3 ເຄື່ອງ ແລະ ເອກະສານຈຳນວນໜຶ່ງ.


 ຄະດີດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດໄດ້ສືບສວນ-ສອບສວນ ແລະ ສະຫຼຸບສຳນວນຄະດີ ສົ່ງໃຫ້ໄອຍະການສັ່ງຟ້ອງ ສານຕັດສິນຕາມກົດໝາຍ.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຂອບໃຈແຫຼ່ງຂ້າວຈາກ: ໜັງສືພິມຄວາມສະຫງົບ LSecurity News, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments