ສູງເປັນອັນດັບ 2 ຂອງໂລກ! ຈີນເປີດຕຶກ "Shanghai Tower" ໃຫ້ຊົມວິວ ສັນຍະລັກໃໝ່ຂອງຊ່ຽງໄຮ້!


 ເປັນທີ່ຮືຮາ ຂອງແດນມັງກອນຈີນ ເມື່ອບໍ່ເທົ່າໃດມື້ທີ່ຜ່ານມາ ເມື່ອຕຶກທີ່ໃຫຍ່ທີ່ສຸດ ເປັນອັນດັບໜຶ່ງຂອງຈີນຢ່າງ “ຊ່ຽງໄຮ້ ທາວເວີ” ເປີດໃຫ້ເຂົ້າຊົມວິວທີ່ຊັ້ນ 118 ເປັນທີ່ຮຽບຮ້ອຍແລ້ວ. ນັກທ່ອງທ່ຽວສາມາດຂຶ້ນໄປ ທີ່ຈຸດຊົມວິວດ້ານເທິງສຸດ ເຊິ່ງສາມາດເບິ່ງເຫັນ ນະຄອນຊ່ຽງໄຮ້ໄດ້ 360 ອົງສາ ເຊິ່ງຢູ່ສູງເຖິງ 546 ແມັດ ໂດຍຄິດຄ່າເຂົ້າຊົມທີ່ 180 ຫຍວນ ຫຼື ປະມານ 214,000 ກີບ ໂດຍຈະມີລິຟໃຫ້ບໍລິການ ຈາກຊັ້ນໃຕ້ດິນຈົນຮອດຈຸດຊົມວິວ ດ້ວຍຄວາມໄວແບບສຸດໆ ເຊິ່ງໃຊ້ເວລາພຽງ 55 ວິນາທີ.


 ສ່ວນເວລາ ທີ່ເປີດໃຫ້ບໍລິການຈຸດຊົມວິວນັ້ນ ຈະເປີດໃຫ້ບໍລິການທຸກມື້ ຕັ້ງແຕ່ເວລາ 08.30-21.30 ນທ.

ເຮັດໃຫ້ "ຊ່ຽງໄຮ້ ທາວເວີ" ກາຍເປັນສັນຍະລັກໃໝ່ຂອງນະຄອນຊ່ຽງໄຮ້ ເຊິ່ງເປັນຕຶກທີ່ມີຄວາມສູງ ເໜືອລະດັບນໍ້າທະເລທີ່ 632 ແມັດ ເຮັດໃຫ້ຕຶກນີ້ສູງເປັນອັນດັບ 2 ຂອງໂລກ ຮອງຈາກຕຶກ “ເບິຣ໌ຈ ຄາລິຟາ” (Burj Khalifa) ໃນນະຄອນດູໄບ ທີ່ມີຄວາມສູງ ເໜືອລະດັບນໍ້າທະເລທີ່ 828 ແມັດ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments